Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:4 - ພຣະຄຳພີສັກສິ

4 ແລະ​ຫລັກ​ຕະກຽງ​ນັ້ນ ແຕ່​ລຸ່ມ​ຂຶ້ນ​ເທິງ​ແມ່ນ​ເຮັດ​ດ້ວຍ​ຄຳ​ທີ່​ຕີ​ເປັນ​ລວດລາຍ ຕາມ​ແບບ​ທີ່​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ແກ່​ໂມເຊ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:4
11 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ຈົ່ງ​ເອົາ​ຄຳ​ມາ​ຫລໍ່​ເຄຣຸບ ສອງ​ຕົນ​ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາອັດ​ຫີບ​ນັ້ນ. ຈົ່ງ​ເຮັດ​ໃຫ້​ມັນ​ເປັນ​ເນື້ອ​ດຽວ​ກັບ​ຝາອັດ​ຫີບ.


ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.


ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ຕາມ​ແບບ ຊຶ່ງ​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.


ລາວ​ໄດ້​ຫລໍ່​ເຄຣຸບ​ສອງ​ໂຕ​ດ້ວຍ​ຄຳ ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາ​ອັດ ໂດຍ​ໃຫ້​ສົ້ນ​ສຸດ​ຂອງ​ປີກ​ທັງສອງ​ພື​ອອກ ເປັນ​ເນື້ອ​ດຽວກັນ​ກັບ​ຝາອັດ​ຫີບ.


ອາໂຣນ​ກໍໄດ້​ເຊື່ອຟັງ ແລະ​ຕັ້ງ​ຕະກຽງ​ເຍືອງ​ໄປ​ຂ້າງໜ້າ​ຂອງ​ຫລັກ​ຕະກຽງ, ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka