3 ອາໂຣນກໍໄດ້ເຊື່ອຟັງ ແລະຕັ້ງຕະກຽງເຍືອງໄປຂ້າງໜ້າຂອງຫລັກຕະກຽງ, ດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ຫລັກຕັ້ງຕະກຽງທີ່ເຮັດດ້ວຍຄຳສົດ, ຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບຕະກຽງ ແລະນໍ້າມັນສຳລັບໄຕ້ຕະກຽງ;
ເພິ່ນໄດ້ໄຕ້ຕະກຽງໄວ້ຊ້ອງໜ້າພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
“ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.”
ແລະຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄຳທີ່ຕີເປັນລວດລາຍ ຕາມແບບທີ່ພຣະເຈົ້າຢາເວໄດ້ສຳແດງໃຫ້ແກ່ໂມເຊ.
ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮືອນນັ້ນ.