Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:26 - ພຣະຄຳພີສັກສິ

26 ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ອາດ​ຊ່ວຍ​ພີ່ນ້ອງ​ເລວີ​ຄົນອື່ນໆ​ເຮັດ​ໜ້າທີ່​ຮັກສາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ກໍໄດ້; ແຕ່​ຢ່າ​ໃຫ້​ພວກເຂົາ​ປະຕິບັດ​ໜ້າທີ່​ໂດຍ​ຕົນເອງ. ອັນນີ້ ແມ່ນ​ຂໍ້​ບັງຄັບ​ໃນ​ການ​ກຳນົດ​ໜ້າທີ່​ໃຫ້​ພວກ​ເລວີ​ເຮັດ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 8:26
10 Jak'a apnaqawi uñst'ayäwi  

ພວກເຂົາ​ຮັບຜິດຊອບ​ຊ່ວຍ​ພີ່ນ້ອງ​ຂອງ​ພວກເຂົາ​ເບິ່ງແຍງ​ຫໍເຕັນ​ບ່ອນ​ຊຸມນຸມ​ແລະ​ຫໍເຕັນ​ສັກສິດ; ແລະ​ຊ່ວຍ​ບັນດາ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ຮັບໃຊ້​ເຮົາ​ຢູ່​ໃນ​ພຣະວິຫານ​ໄດ້ ໂດຍ​ຮັບຜິດຊອບ​ເຝົ້າຍາມ​ປະຕູ ແລະ​ໂດຍ​ເຮັດ​ວຽກ​ຢ່າງອື່ນ​ໃນ​ພຣະວິຫານ. ພວກເຂົາ​ຈະ​ຂ້າ​ສັດ​ທີ່​ປະຊາຊົນ​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ອື່ນໆ ແລະ​ມີ​ໜ້າທີ່​ຮັບໃຊ້​ປະຊາຊົນ.


ພວກເຂົາ​ບໍ່ໄດ້​ຮັບຜິດຊອບ​ພິທີ​ອັນ​ສັກສິດ​ຢູ່​ໃນ​ວິຫານ​ຂອງເຮົາ; ແຕ່​ກັບ​ໄດ້​ມອບ​ໃຫ້​ຊາວ​ຕ່າງຊາດ​ເປັນ​ຜູ້​ຮັບຜິດຊອບ.


ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”


ພວກເຂົາ​ຈະ​ເຮັດ​ວຽກ​ກັບ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ທຸກຢ່າງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແຕ່​ຢ່າ​ເອົາ​ຄົນ​ທີ່​ຂາດ​ຄຸນສົມບັດ​ມາ​ເຮັດ​ວຽກ​ການ​ນຳ​ເຈົ້າ.


ຫົວໜ້າ​ຂອງ​ພວກ​ເລວີ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ. ລາວ​ດູແລ​ຄົນ​ທີ່​ມີ​ໜ້າທີ່​ຮັກສາ​ບ່ອນ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ.


ສຳລັບ​ສ່ວນ​ຂອງ​ຊຸມຊົນ​ນັ້ນ​ເໝືອນກັນ ໃຫ້​ຫັກ​ເອົາ​ໜຶ່ງ​ໃນ​ຫ້າສິບ ມອບ​ໃຫ້​ແກ່​ພວກ​ເລວີ​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.”


ເມື່ອ​ອາຍຸ​ຮອດ 50​ປີ ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຊົາ.


ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka