24 “ຊາວເລວີແຕ່ລະຄົນທີ່ມີອາຍຸ 25ປີ ຂຶ້ນໄປ ຈະຕ້ອງປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມ;
ເພິ່ນໄດ້ນັບຈຳນວນຜູ້ຊາຍຊາວເລວີທັງໝົດທີ່ມີອາຍຸສາມສິບປີຂຶ້ນໄປ. ຈຳນວນທັງໝົດມີສາມສິບແປດພັນຄົນ.
ພວກປະໂຣຫິດໄດ້ຮັບມອບໝາຍໜ້າທີ່ ຕາມແຕ່ລະຕະກຸນ ແລະຊາວເລວີຜູ້ມີອາຍຸຊາວປີຂຶ້ນໄປກໍໄດ້ຮັບມອບໝາຍໜ້າທີ່ຕາມທີ່ຕົນສັງກັດຢູ່.
ສ່ວນພວກເລວີນັ້ນ ພວກເຂົາຈະຕ້ອງຕັ້ງຄ້າຍອ້ອມຮອບຫໍເຕັນສັກສິດແຫ່ງພັນທະສັນຍາໄວ້ ເພື່ອຈະບໍ່ມີໃຜເຂົ້າມາໃກ້ ແລະກໍ່ເຫດໃຫ້ມີຄວາມໂກດຮ້າຍຕໍ່ຊຸມຊົນອິດສະຣາເອນໄດ້. ໃຫ້ພວກເລວີເຝົ້າຮັກສາຫໍເຕັນສັກສິດແຫ່ງພັນທະສັນຍາໄວ້.”
ແລະໃຫ້ລົງທະບຽນຜູ້ຊາຍທັງໝົດຜູ້ທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
ເພິ່ນໄດ້ຈົດຊື່ຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 30 ປີຫາ 50 ປີ ຄື: ພວກທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
ໃນຕະກຸນເມຣາຣີ ເພິ່ນໄດ້ຈົດຊື່ຜູ້ຊາຍທັງໝົດທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ,
ເມື່ອອາຍຸຮອດ 50ປີ ແລ້ວຈຶ່ງໃຫ້ພວກເຂົາເຊົາ.
ມີທະຫານຄົນໃດແດ່ ທີ່ຮັບໃຊ້ໃນກອງທັບແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງຕົນເອງ? ມີຄົນໃດແດ່ ທີ່ເຮັດສວນອະງຸ່ນແລ້ວ ບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຄົນໃດແດ່ ທີ່ລ້ຽງແກະແລ້ວ ບໍ່ໄດ້ກິນນໍ້ານົມຈາກຝູງແກະນັ້ນ?
ເພາະວ່າເຄື່ອງອາວຸດຂອງເຮົາບໍ່ເປັນຂອງຝ່າຍໂລກ, ແຕ່ມີຣິດອຳນາດຈາກພຣະເຈົ້າທີ່ທຳລາຍຄ້າຍອັນເຂັ້ມແຂງໄດ້ ຄືທຳລາຍຄວາມຄິດທີ່ມີເຫດຜົນອັນບໍ່ຈິງ
ຕີໂມທຽວລູກຂອງເຮົາເອີຍ, ເຮົາຂໍມອບຄຳແນະນຳນີ້ແກ່ເຈົ້າ ຕາມທີ່ມີຄຳທຳນວາຍກ່າວໄວ້ກ່ຽວກັບເຈົ້າເມື່ອກ່ອນນັ້ນ ຈົ່ງໃຊ້ຖ້ອຍຄຳເຫຼົ່ານັ້ນເປັນອາວຸດ ເພື່ອຕໍ່ສູ້ດ້ວຍໃຈກ້າຫານ.
ຈົ່ງອົດທົນຕໍ່ສູ້ຈົນສຸດກຳລັງແຫ່ງຄວາມເຊື່ອ ແລະຢຶດເອົາຊີວິດນິຣັນດອນ. ດ້ວຍວ່າ, ພຣະເຈົ້າໄດ້ເອີ້ນເອົາເຈົ້າໃຫ້ມາເຖິງຊີວິດນີ້ ເມື່ອເຈົ້າໄດ້ປະກາດຕົນຮັບເຊື່ອຢ່າງໜັກແໜ້ນ ຕໍ່ໜ້າພະຍານຫລາຍຄົນ.