Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:22 - ພຣະຄຳພີສັກສິ

22 ປະຊາຊົນ​ໄດ້​ເຮັດ​ທຸກໆ​ສິ່ງ​ຕໍ່​ພວກ​ເລວີ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້. ສະນັ້ນ ພວກເຂົາ​ຈຶ່ງ​ມີ​ຄຸນສົມບັດ​ເຮັດ​ວຽກງານ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ໂດຍ​ພາຍໃຕ້​ການ​ດູແລ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:22
9 Jak'a apnaqawi uñst'ayäwi  

ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ຢືນຂື້ນ​ອວຍພອນ​ປະຊາຊົນ. ພຣະເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້ຍິນ​ສຽງ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ ແລະ​ພຣະອົງ​ຈຶ່ງ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ເຫຼົ່ານັ້ນ.


ກະສັດ​ເຮເຊກີຢາ​ໄດ້​ຈັດຕັ້ງ​ຄະນະ​ປົກຄອງ​ປະໂຣຫິດ​ແລະ​ຊາວ​ເລວີ​ຂຶ້ນ​ໃໝ່ ຕາມ​ໜ້າທີ່​ສະເພາະ​ຂອງ​ໃຜ​ລາວ. ໜ້າທີ່​ເຫຼົ່ານັ້ນ​ລວມ​ເອົາ​ທັງ​ການ​ເຜົາ​ຖວາຍບູຊາ​ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ປະກອບ​ສ່ວນ​ໃນ​ພິທີ​ນະມັດສະການ​ທີ່​ພຣະວິຫານ​ແລະ​ການຖວາຍ​ຄຳ​ຍົກຍໍ​ສັນລະເສີນ ແລະ​ການ​ໂມທະນາ​ຂອບພຣະຄຸນ​ໃນ​ເດີ່ນລານ​ຕ່າງໆ​ຂອງ​ພຣະເຈົ້າຢາເວ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ຫລັງຈາກ​ເຈົ້າ​ໄດ້​ຊຳລະ​ແລະ​ອຸທິດ​ຖວາຍ​ພວກ​ເລວີ​ແກ່​ເຮົາ​ແລ້ວ ພວກເຂົາ​ຈຶ່ງ​ຈະ​ມີ​ຄຸນສົມບັດ​ເຮັດ​ວຽກ​ງານ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.


ພວກ​ເລວີ​ໄດ້​ຊຳລະ​ຕົນເອງ​ແລະ​ຊັກ​ເຄື່ອງນຸ່ງຫົ່ມ ແລ້ວ​ອາໂຣນ​ກໍ​ອຸທິດ​ຖວາຍ​ພວກເຂົາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ໃຫ້​ແກ່​ພຣະເຈົ້າຢາເວ. ເພິ່ນ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ພວກເຂົາ​ຄືກັນ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka