Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:21 - ພຣະຄຳພີສັກສິ

21 ພວກ​ເລວີ​ໄດ້​ຊຳລະ​ຕົນເອງ​ແລະ​ຊັກ​ເຄື່ອງນຸ່ງຫົ່ມ ແລ້ວ​ອາໂຣນ​ກໍ​ອຸທິດ​ຖວາຍ​ພວກເຂົາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ໃຫ້​ແກ່​ພຣະເຈົ້າຢາເວ. ເພິ່ນ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ພວກເຂົາ​ຄືກັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:21
10 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ


ປະໂຣຫິດ​ຈະ​ນຳ​ຊາຍ​ຜູ້​ນີ້​ພ້ອມກັບ​ເຄື່ອງ​ຖວາຍ​ຂອງ​ລາວ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ລາວ​ຕ້ອງ​ຊຳລະ​ຕົນເອງ​ດ້ວຍ​ນໍ້າ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ, ແຕ່​ຖ້າ​ລາວ​ຫາກ​ບໍ່​ຊຳລະ​ຕົນເອງ​ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ ລາວ​ກໍ​ຍັງ​ເປັນມົນທິນ​ຢູ່.


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.


“ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຊາວ​ເລວີ ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ທັງຫລາຍ. ໃຫ້​ພວກເຂົາ​ຮັບໃຊ້​ເຮົາ​ແທນ​ລູກກົກ​ທັງຫລາຍ​ຂອງ​ປະຊາຊົນ​ອິດສະຣາເອນ.


ຫລັງຈາກ​ເຈົ້າ​ໄດ້​ຊຳລະ​ແລະ​ອຸທິດ​ຖວາຍ​ພວກ​ເລວີ​ແກ່​ເຮົາ​ແລ້ວ ພວກເຂົາ​ຈຶ່ງ​ຈະ​ມີ​ຄຸນສົມບັດ​ເຮັດ​ວຽກ​ງານ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.


ສະນັ້ນ ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ອຸທິດ​ຖວາຍ​ພວກເລວີ​ໃຫ້​ແກ່​ພຣະເຈົ້າຢາເວ ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ປະຊາຊົນ​ໄດ້​ເຮັດ​ທຸກໆ​ສິ່ງ​ຕໍ່​ພວກ​ເລວີ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້. ສະນັ້ນ ພວກເຂົາ​ຈຶ່ງ​ມີ​ຄຸນສົມບັດ​ເຮັດ​ວຽກງານ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ໂດຍ​ພາຍໃຕ້​ການ​ດູແລ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ.


ຕາມ​ພິທີ​ການ​ດັ່ງນີ້: ໃຫ້​ໃຊ້​ນໍ້າ​ຊຳລະ​ຊິດ​ໃສ່​ພວກເຂົາ, ໃຫ້​ພວກເຂົາ​ແຖ​ຂົນ​ຕາມ​ຕົນຕົວ ແລະ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ. ແລ້ວ​ກໍ​ຈະ​ຖືວ່າ​ພວກເຂົາ​ບໍ່​ເປັນ​ມົນທິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka