Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:2 - ພຣະຄຳພີສັກສິ

2 “ຈົ່ງ​ບອກ​ອາໂຣນ​ໃຫ້​ຕັ້ງ​ຕະກຽງ​ເຈັດ​ໜ່ວຍ​ຢູ່​ເທິງ​ຫລັກ​ຕະກຽງ ໂດຍ​ໃຫ້​ແສງ​ໄຟ​ເຍືອງ​ໄປ​ຂ້າງໜ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 8:2
19 Jak'a apnaqawi uñst'ayäwi  

ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ແສງ​ໂຄມ​ນຳ​ທາງ​ໃຫ້​ຂ້ານ້ອຍ ແລະ​ແສງແຈ້ງ​ສຳລັບ​ທາງເດີນ​ໃຫ້​ຂ້ານ້ອຍ.


ການ​ອະທິບາຍ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໃຫ້​ແສງ​ສະຫວ່າງ ແລະ​ນຳ​ປັນຍາ​ໃຫ້​ແກ່​ພວກ​ຄົນໂງ່ຈ້າ​ດ້ວຍ.


ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.


ລາວ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຫລັກ​ຮອງ​ຕະກຽງ​ນັ້ນ ສ່ວນ​ຄີມ​ຄີບ​ໄສ້ຕະກຽງ ແລະ​ຖາດ​ໃສ່​ຄີມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ.


ຫລັກຕັ້ງຕະກຽງ​ທີ່​ເຮັດ​ດ້ວຍ​ຄຳສົດ, ຕະກຽງ ແລະ​ເຄື່ອງໃຊ້​ທຸກຢ່າງ​ສຳລັບ​ຕະກຽງ ແລະ​ນໍ້າມັນ​ສຳລັບ​ໄຕ້​ຕະກຽງ;


ເພິ່ນ​ໄດ້​ໄຕ້​ຕະກຽງ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ອາໂຣນ​ຈະ​ຕ້ອງ​ດູແລ​ຮັກສາ​ຕະກຽງ​ເທິງ​ຫລັກ​ທີ່​ເຮັດ​ດ້ວຍ​ຄຳສົດ ແລະ​ກວດເບິ່ງ​ໃຫ້​ຮຸ່ງ​ແຈ້ງ​ຢູ່​ຢ່າງ​ສະໝໍ່າ​ສະເໝີ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,


ອາໂຣນ​ກໍໄດ້​ເຊື່ອຟັງ ແລະ​ຕັ້ງ​ຕະກຽງ​ເຍືອງ​ໄປ​ຂ້າງໜ້າ​ຂອງ​ຫລັກ​ຕະກຽງ, ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.


“ພວກເຈົ້າ​ເປັນ​ແສງ​ສະຫວ່າງ​ສຳລັບ​ໂລກນີ້. ເມືອງ​ຊຶ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ໄວ້​ບໍ່ໄດ້.


ນີ້​ແມ່ນ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ ຄື​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກ ແລະ​ສ່ອງ​ແກ່​ຄົນ​ທັງປວງ.


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ຂ້າພະເຈົ້າ​ຫລຽວ​ຄືນ​ຫລັງ​ເບິ່ງ​ວ່າ​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ​ຢູ່​ນັ້ນ ເມື່ອ​ຂ້າພະເຈົ້າ​ຫລຽວ​ໄປ​ກໍ​ເຫັນ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka