Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:17 - ພຣະຄຳພີສັກສິ

17 ເມື່ອ​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ໃນ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ອຸທິດ​ຖວາຍ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະ​ຄອບຄົວ​ໃຫ້​ເປັນ​ຂອງເຮົາ ຕະຫລອດ​ທັງ​ລູກຫົວປີ​ຂອງ​ສັດ​ທຸກໆ​ໂຕ​ດ້ວຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:17
18 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທັງຫລາຍ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ຖິ້ມ.


ພຣະອົງ​ໄດ້​ຂ້າ​ລູກຫົວປີ​ທັງຫລາຍ​ໃນ​ປະເທດ​ເອຢິບ ບໍ່​ວ່າ​ຂອງ​ຄົນ​ແລະ​ຂອງ​ສັດ​ກໍ​ເຊັ່ນດຽວ​ກັນ.


ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທຸກຄົນ​ຂອງ​ພວກເຂົາ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ນັ້ນ.


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


“ຈົ່ງ​ອຸທິດ​ຖວາຍ​ລູກຊາຍກົກ​ທຸກຄົນ​ແກ່​ເຮົາ. ລູກຊາຍກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງເຮົາ.”


ເຮົາ​ຈະ​ເຮັດ​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ສັກສິດ ແລະ​ເຮົາ​ຈະ​ຕັ້ງ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ໃຊ້​ຊີວິດ​ຢູ່​ຕ່າງຫາກ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ລູກ​ສັດ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ​ແລ້ວ; ສະນັ້ນ ຈຶ່ງ​ບໍ່​ໃຫ້​ຜູ້ໃດ​ນຳ​ມາ​ຖວາຍ​ດ້ວຍ​ໃຈ​ສັດທາ​ແກ່​ພຣະອົງ. ລູກ​ງົວ​ກັບ​ລູກແກະ​ຫລື​ລູກ​ແບ້​ເປັນ​ຂອງ​ພຣະເຈົ້າຢາເວ


ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ບັດນີ້ ເຮົາ​ກຳລັງ​ຮັບ​ເອົາ​ພວກ​ເລວີ​ໄວ້​ແທນ​ລູກກົກ​ຂອງ​ຊາວ​ອິດສະຣາເອນ;


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ລູກຊາຍກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ.”


ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ?


ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ຖື​ເທດສະການ​ປັດສະຄາ ແລະ​ພິທີ​ຊິດ​ເລືອດ ເພື່ອ​ວ່າ​ທູດ​ແຫ່ງ​ຄວາມ​ຕາຍ​ຈະ​ບໍ່​ປະຫານ​ຊີວິດ ບັນດາ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka