16 ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.
“ຈົ່ງອຸທິດຖວາຍລູກຊາຍກົກທຸກຄົນແກ່ເຮົາ. ລູກຊາຍກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕເປັນຂອງເຮົາ.”
“ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຊາວເລວີ ໃນທ່າມກາງຊາວອິດສະຣາເອນທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ.
ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫຼົ່ານັ້ນເປັນຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.”
“ບັດນີ້ ຈົ່ງອຸທິດຖວາຍຊາວເລວີໃຫ້ເປັນຂອງເຮົາ ແທນລູກຊາຍກົກທຸກຄົນຂອງຊາວອິດສະຣາເອນ ແລະຈົ່ງອຸທິດຖວາຍສັດທັງຫລາຍຂອງຊາວເລວີ ແທນລູກຫົວປີຂອງສັດທຸກໂຕຂອງຊາວອິດສະຣາເອນ. ເຮົາແມ່ນພຣະເຈົ້າຢາເວ.
“ຈົ່ງນຳເຜົ່າເລວີອອກມາຂ້າງໜ້າ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ຮັບໃຊ້ປະໂຣຫິດອາໂຣນ.
ຄວາມຮັບຜິດຊອບຢ່າງດຽວທີ່ຊາວເລວີມີນັ້ນ ແມ່ນຮັບໃຊ້ອາໂຣນແລະພວກລູກຊາຍຂອງລາວ.