15 ຫລັງຈາກເຈົ້າໄດ້ຊຳລະແລະອຸທິດຖວາຍພວກເລວີແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານທີ່ຫໍເຕັນບ່ອນຊຸມນຸມໄດ້.
ຈົ່ງວາງສິ່ງເຫຼົ່ານີ້ໃສ່ໃນອົ້ງມືຂອງອາໂຣນ ແລະພວກລູກຊາຍຂອງລາວ ແລ້ວບອກພວກເຂົາໃຫ້ຖວາຍແກວ່ງໄປແກວ່ງມາເພື່ອເປັນເຄື່ອງບູຊາແກວ່ງໄປແກວ່ງມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
“ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຊາວເລວີ ໃນທ່າມກາງຊາວອິດສະຣາເອນທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ.
ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ.
ຈົ່ງອຸທິດຖວາຍພວກເລວີໃຫ້ເປັນຂອງຖວາຍແກວ່ງໄປແກວ່ງມາ ແກ່ພຣະເຈົ້າຢາເວ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເປັນຜູ້ດູແລພວກເຂົາ.
ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.