13 ຈົ່ງອຸທິດຖວາຍພວກເລວີໃຫ້ເປັນຂອງຖວາຍແກວ່ງໄປແກວ່ງມາ ແກ່ພຣະເຈົ້າຢາເວ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເປັນຜູ້ດູແລພວກເຂົາ.
ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຍາດຕິພີ່ນ້ອງຊາວເລວີຂອງເຈົ້າ ຈາກທ່າມກາງຊາວອິດສະຣາເອນ ເພື່ອໃຫ້ເປັນຂອງຂວັນແກ່ເຈົ້າ. ເຈົ້າໄດ້ອຸທິດຖວາຍພວກເຂົາໃຫ້ແກ່ພຣະເຈົ້າຢາເວ ເພື່ອວ່າພວກເຂົາຈະປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມໄດ້.
ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ.
ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ.
ໃນທຳນອງນີ້ ໃຫ້ເຈົ້າແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ.
ພວກເລວີໄດ້ຊຳລະຕົນເອງແລະຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນກໍອຸທິດຖວາຍພວກເຂົາເປັນຂອງຖວາຍແກວ່ງໄປແກວ່ງມາໃຫ້ແກ່ພຣະເຈົ້າຢາເວ. ເພິ່ນໄດ້ປະກອບພິທີຊຳລະໃຫ້ພວກເຂົາຄືກັນ.
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.
ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ໄປຍັງຄົນຕ່າງຊາດ ແລະເຮັດໜ້າທີ່ປະໂຣຫິດປະກາດຂ່າວປະເສີດເລື່ອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທ ຄືຊຳລະໄວ້ແລ້ວ ດ້ວຍພຣະວິນຍານບໍຣິສຸດເຈົ້າ.