ຈົດບັນຊີ 8:12 - ພຣະຄຳພີສັກສິ12 ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ. Uka jalj uñjjattʼäta |
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງແກະທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະປະໂຣຫິດກໍຈະເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາດ້ວຍໄຟ ເປັນການຖວາຍອາຫານແກ່ພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.