Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:11 - ພຣະຄຳພີສັກສິ

11 ແລ້ວ​ອາໂຣນ​ກໍ​ຈະ​ຖວາຍ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າຢາເວ ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຈາກ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກ​ເລວີ​ຈະ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:11
9 Jak'a apnaqawi uñst'ayäwi  

ຈົ່ງ​ວາງ​ສິ່ງ​ເຫຼົ່ານີ້​ໃສ່​ໃນ​ອົ້ງ​ມື​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລ້ວ​ບອກ​ພວກເຂົາ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຈົ່ງ​ໃຫ້​ລາວ​ຖື​ມາ​ໂດຍ​ຕົນເອງ​ຕາມ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ສັດ​ພ້ອມ​ທັງ​ຊີ້ນ​ໜ້າເອິກ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຂວາ​ດ້ານຫລັງ​ຂອງ​ສັດ ທີ່​ປະຊາຊົນ​ອິດສະຣາເອນ​ນຳ​ມາ​ຖວາຍ​ເປັນ​ຂອງ​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.


ເພິ່ນ​ໄດ້​ເອົາ​ອາຫານ​ທັງໝົດ​ນີ້ ວາງ​ໃສ່​ມື​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ພວກເຂົາ​ໄດ້​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລ້ວ​ໂມເຊ​ໄດ້​ເອົາ​ຊີ້ນ​ໜ້າເອິກ​ແກະ ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ຊີ້ນ​ສ່ວນ​ນີ້​ເປັນ​ຂອງ​ໂມເຊ ເມື່ອ​ມີ​ການ​ສະຖາປະນາ. ໂມເຊ​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ຕໍ່ມາ ປະໂຣຫິດ​ຈະ​ຖວາຍ​ສິ່ງ​ເຫຼົ່ານີ້ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ; ສິ່ງ​ເຫຼົ່ານັ້ນ ເປັນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ສຳລັບ​ປະໂຣຫິດ ນອກຈາກ​ສ່ວນ​ທຳມະດາ​ທີ່​ເພິ່ນ​ໄດ້​ຮັບ​ຕາມ​ກົດບັນຍັດ​ຄື: ຊີ້ນ​ໜ້າເອິກ​ແລະ​ຂາ​ຂອງ​ແກະເຖິກ. ຫລັງຈາກ​ນັ້ນ ຄົນ​ນາຊີຣີ​ຈຶ່ງ​ດື່ມ​ເຫຼົ້າ​ອະງຸ່ນ​ໄດ້.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka