1 ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ,
ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະເມຣາຣີ.
ຈົ່ງເຮັດຕີນຮອງຕະກຽງດ້ວຍຄຳສົດ; ຕີນແລະລຳໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ມີທັງດອກຈູມດອກບານ ແລະກີບດອກໄມ້ໃຫ້ຕິດເປັນເນື້ອດຽວກັນກັບຕີນຮອງຂອງຕະກຽງ.
ພວກເລວີບໍ່ໄດ້ຖືກຈົດຊື່ເຂົ້າກັບເຜົ່າອື່ນໆ
ເມື່ອໂມເຊເຂົ້າໄປກ່າວຕໍ່ພຣະເຈົ້າຢາເວໃນຫໍເຕັນບ່ອນຊຸມນຸມ ເພິ່ນກໍໄດ້ຍິນພຣະອົງກ່າວແກ່ເພິ່ນຈາກເທິງຝາຫີບພັນທະສັນຍາ ລະຫວ່າງເຄຣຸບ.
“ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.”
ໃນເວລານັ້ນ ພຣະເຈົ້າຢາເວໄດ້ແຕ່ງຕັ້ງພວກຜູ້ຊາຍໃນເຜົ່າເລວີ ໃຫ້ເປັນຜູ້ຮັບຜິດຊອບຫີບພັນທະສັນຍາຂອງພຣະເຈົ້າຢາເວ ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວໃຫ້ຮັບໃຊ້ພຣະອົງ ເພື່ອໃຫ້ກ່າວຄຳອວຍພອນໃນນາມຂອງພຣະອົງຈົນເຖິງທຸກວັນນີ້.