Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 7:9 - ພຣະຄຳພີສັກສິ

9 ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 7:9
9 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ ກະສັດ​ດາວິດ​ກໍ​ບອກ​ໃຫ້​ພວກເຂົາ​ຢຸດ ໃນ​ຂະນະທີ່​ເພິ່ນ​ເອົາ​ງົວເຖິກ​ແລະ​ງົວເຖິກໜຸ່ມ​ໂຕ​ຕຸ້ຍພີ​ດີ​ມາ​ຖວາຍບູຊາ.


ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ອອກ​ມາ​ຈາກ​ເຮືອນ​ຂອງ​ອາບີນາດາບ​ທີ່​ເທິງ​ເນີນພູ ແລະ​ບັນຈຸ​ໃສ່​ລໍ້​ທີ່​ເຮັດ​ໃໝ່ໆ. ອຸດຊາ​ແລະ​ອາຮີໂອ​ລູກຊາຍ​ຂອງ​ອາບີນາດາບ​ເປັນ​ຄົນ​ຂັບ​ລໍ້​ໄປ


ເມື່ອ​ພວກເຂົາ​ມາ​ຮອດ​ລານ​ຟາດເຂົ້າ​ຂອງ​ນາໂກນ ງົວ​ເລີຍ​ເຕະສະດຸດ ແລະ​ອຸດຊາ​ກໍ​ເດ່​ມື​ອອກ​ໄປ​ຈັບ​ຫີບ​ຂອງ​ພຣະເຈົ້າ​ໄວ້.


ເມື່ອ​ບັນດາ​ຜູ້ນຳ​ທຸກຄົນ​ໄດ້​ມາ​ໂຮມກັນ​ແລ້ວ ບັນດາ​ປະໂຣຫິດ​ກໍໄດ້​ຍົກ​ເອົາ​ຫີບ​ພັນທະສັນຍາ


ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ຈຳເປັນ ທີ່​ພວກເລວີ​ຕ້ອງ​ຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ.”


ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka