Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 7:89 - ພຣະຄຳພີສັກສິ

89 ເມື່ອ​ໂມເຊ​ເຂົ້າ​ໄປ​ກ່າວ​ຕໍ່​ພຣະເຈົ້າຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພິ່ນ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ເພິ່ນ​ຈາກ​ເທິງ​ຝາ​ຫີບ​ພັນທະສັນຍາ ລະຫວ່າງ​ເຄຣຸບ.

Uka jalj uñjjattʼäta Copia luraña




ຈົດບັນຊີ 7:89
15 Jak'a apnaqawi uñst'ayäwi  

ເພິ່ນ​ສ້າງ​ເຄຣຸບ ສອງ​ຕົນ​ດ້ວຍ​ໄມ້​ໝາກກອກເທດ ແລະ​ປະ​ໄວ້​ໃນ​ຫ້ອງ​ສັກສິດ​ທີ່ສຸດ, ແຕ່ລະ​ຕົນ​ສູງ​ສີ່​ແມັດ​ສີ່ສິບ​ເຊັນ.


ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ


ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ໂມເຊ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ບໍ່ໄດ້ ເພາະ​ທີ່​ນັ້ນ​ມີ​ເມກ​ໜາແໜ້ນ​ຫລາຍ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ເຕັມ​ຢູ່​ທົ່ວ​ຫໍເຕັນ​ສັກສິດ.


ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ


ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,


ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.


ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ເຄຣຸບ. ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ ໄດ້​ເດີນທາງ​ມາ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka