ຈົດບັນຊີ 7:84 - ພຣະຄຳພີສັກສິ84-88 ລວມຈຳນວນເຄື່ອງຖວາຍທັງໝົດ ທີ່ພວກຜູ້ນຳສິບສອງຄົນໄດ້ເອົາມາ ເພື່ອການອຸທິດຖວາຍແທ່ນບູຊານັ້ນ ມີດັ່ງນີ້: ຊາມເງິນ 12 ໃບ ແລະອ່າງເງິນ 12 ໃບ, ທັງໝົດໜັກ 24 ກິໂລກຼາມ; ຈານຄຳ 12 ໃບ, ທັງໝົດໜັກ 1.200 ກຼາມ; ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກ ອາຍຸໜຶ່ງປີ 12 ໂຕ, ທັງພືດຜົນເປັນເມັດທີ່ຕ້ອງຖວາຍພ້ອມກັນສຳລັບເຜົາບູຊາ. ແບ້ເຖິກ 12 ໂຕ ສຳລັບຖວາຍບູຊາລຶບລ້າງບາບ; ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະລູກແກະເຖິກ ອາຍຸໜຶ່ງປີ 60 ໂຕ ສຳລັບຖວາຍເພື່ອຄວາມສາມັກຄີທຳ. Uka jalj uñjjattʼäta |