ຈົດບັນຊີ 7:12 - ພຣະຄຳພີສັກສິ12-83 ພວກເຂົານຳຂອງມາຖວາຍເປັນລຳດັບກັນດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍຂອງເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍຂອງດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ. ຫົວໜ້າແຕ່ລະຄົນໄດ້ນຳເຄື່ອງຖວາຍຢ່າງດຽວກັນມາດັ່ງນີ້: ຊາມເງິນໜຶ່ງໃບ ໜັກ 1.500 ກຼາມ, ອ່າງເງິນໃບໜຶ່ງ ໜັກ 800 ກຼາມ ໂດຍໄດ້ຄິດໄລ່ຕາມອັດຕາຊັ່ງຂອງສຳນັກນະມັດສະການ, ຊາມແລະອ່າງທັງສອງໃບເຕັມດ້ວຍແປ້ງ ປົນກັບນໍ້າມັນໝາກກອກເທດ ຕາມລະບຽບການຖວາຍພືດຜົນເປັນເມັດ; ຈານຄຳໜຶ່ງໃບ, ໜັກ 110 ກຼາມ, ໃສ່ເຄື່ອງຫອມມາພ້ອມ; ງົວເຖິກໜຸ່ມໂຕໜຶ່ງ, ແກະເຖິກໂຕໜຶ່ງ, ລູກແກະເຖິກ ອາຍຸໜຶ່ງປີໂຕໜຶ່ງສຳລັບເຜົາບູຊາ; ແບ້ເຖິກໂຕໜຶ່ງສຳລັບຖວາຍບູຊາລຶບລ້າງບາບ; ງົວເຖິກສອງໂຕ, ແກະເຖິກ ຫ້າໂຕ, ແບ້ເຖິກຫ້າໂຕ ແລະລູກແກະເຖິກຫ້າໂຕ ອາຍຸໜຶ່ງປີ ສຳລັບຖວາຍເພື່ອຄວາມສາມັກຄີທຳ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນລາຍຊື່ບຸກຄົນ ຄືບັນດາຜູ້ນຳຢູ່ໃນເຜົ່າຂອງພວກເຂົາ ຜູ້ທີ່ໄດ້ຖືກຄັດເລືອກຈາກຊຸມຊົນ ໃຫ້ຊ່ວຍເຫລືອໃນວຽກງານການຈົດຈຳນວນພົນໃນຄັ້ງນີ້: ຊື່ເຜົ່າ ຜູ້ທີ່ເປັນຫົວໜ້າຕະກຸນ ຣູເບັນ ເອລີຊູ ລູກຊາຍຂອງເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ ກາດ ເອລີອາສັບ ລູກຊາຍຂອງດູເອນ ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ
ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ.