Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 7:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ແຕ່ລະມື້ ຈົ່ງ​ໃຫ້​ຫົວໜ້າ​ແຕ່ລະຄົນ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ທີ່​ແທ່ນ ຕາມ​ຜຽນ​ຂອງ​ໃຜ​ລາວ​ໃຫ້​ຄົບ​ສິບສອງ​ວັນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 7:11
5 Jak'a apnaqawi uñst'ayäwi  

ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ໄດ້​ນຳ​ເຄື່ອງ​ຖວາຍ ສຳລັບ​ການ​ອຸທິດ​ແທ່ນບູຊາ​ມາ​ໃຫ້​ເຊັ່ນດຽວ​ກັນ. ເມື່ອ​ພວກເຂົາ​ຕຽມພ້ອມ​ທີ່​ຈະ​ຖວາຍ​ຂອງ​ຖວາຍ​ທີ່​ແທ່ນບູຊາ​ນັ້ນ


ພວກເຂົາ​ນຳ​ຂອງ​ມາ​ຖວາຍ​ເປັນ​ລຳດັບ​ກັນ​ດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ. ຫົວໜ້າ​ແຕ່ລະຄົນ​ໄດ້​ນຳ​ເຄື່ອງ​ຖວາຍ​ຢ່າງ​ດຽວກັນ​ມາ​ດັ່ງນີ້: ຊາມ​ເງິນ​ໜຶ່ງ​ໃບ ໜັກ 1.500 ກຼາມ, ອ່າງ​ເງິນ​ໃບ​ໜຶ່ງ ໜັກ 800 ກຼາມ ໂດຍ​ໄດ້​ຄິດໄລ່​ຕາມ​ອັດຕາຊັ່ງ​ຂອງ​ສຳນັກ​ນະມັດສະການ, ຊາມ​ແລະ​ອ່າງ​ທັງສອງ​ໃບ​ເຕັມ​ດ້ວຍ​ແປ້ງ ປົນ​ກັບ​ນໍ້າມັນ​ໝາກກອກເທດ ຕາມ​ລະບຽບ​ການ​ຖວາຍ​ພືດຜົນ​ເປັນເມັດ; ຈານ​ຄຳ​ໜຶ່ງ​ໃບ, ໜັກ 110 ກຼາມ, ໃສ່​ເຄື່ອງຫອມ​ມາ​ພ້ອມ; ງົວເຖິກ​ໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ສຳລັບ​ເຜົາບູຊາ; ແບ້ເຖິກ​ໂຕໜຶ່ງ​ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ​ສອງ​ໂຕ, ແກະເຖິກ ຫ້າ​ໂຕ, ແບ້ເຖິກ​ຫ້າ​ໂຕ ແລະ​ລູກແກະເຖິກ​ຫ້າ​ໂຕ ອາຍຸ​ໜຶ່ງ​ປີ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.


ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ​ແລະ​ມີ​ລະບຽບ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka