Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 7:10 - ພຣະຄຳພີສັກສິ

10 ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ໄດ້​ນຳ​ເຄື່ອງ​ຖວາຍ ສຳລັບ​ການ​ອຸທິດ​ແທ່ນບູຊາ​ມາ​ໃຫ້​ເຊັ່ນດຽວ​ກັນ. ເມື່ອ​ພວກເຂົາ​ຕຽມພ້ອມ​ທີ່​ຈະ​ຖວາຍ​ຂອງ​ຖວາຍ​ທີ່​ແທ່ນບູຊາ​ນັ້ນ

Uka jalj uñjjattʼäta Copia luraña




ຈົດບັນຊີ 7:10
12 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຂ້າ​ງົວ​ຊາວສອງພັນ​ໂຕ ແລະ​ແກະ​ໜຶ່ງຮ້ອຍ​ຊາວພັນ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ. ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ຈຶ່ງ​ໄດ້​ອຸທິດ​ຖວາຍ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ຂ້າ​ງົວ ຊາວສອງພັນ​ໂຕ ແລະ​ແກະ ໜຶ່ງຮ້ອຍ​ຊາວພັນ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ກະສັດ​ແລະ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຖວາຍ​ວິຫານ​ຂອງ​ພຣະເຈົ້າ.


ພວກເຂົາ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເຈັດ​ວັນ ເພື່ອ​ອຸທິດຖວາຍ​ແທ່ນບູຊາ ແລະ​ຢູ່​ອີກ​ເຈັດ​ວັນ ເພື່ອ​ສະຫລອງ​ເທດສະການ. ໃນ​ມື້​ສຸດທ້າຍ ພວກເຂົາ​ໄດ້​ສະຫລອງ​ມື້​ປິດ​ງານ


ເວລາ​ອຸທິດ​ຖວາຍ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ ຊາວ​ເລວີ​ແມ່ນ​ໄດ້​ຖືກ​ນຳ​ມາ​ຈາກ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່ ເພື່ອ​ພວກເຂົາ​ຈະ​ສາມາດ​ຮ່ວມ​ໃນ​ພິທີ​ສະຫລອງ​ຂອງ​ການ​ອຸທິດ​ຖວາຍ​ໃນ​ຄັ້ງ​ນີ້ ໂດຍ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພ້ອມ​ດ້ວຍ​ສຽງ​ແສ່ງ​ແລະ​ສຽງ​ພິນ.


ໃນ​ມື້​ນັ້ນ ພວກເຮົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຫລາຍຢ່າງ ແລະ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ທີ່ສຸດ; ເພາະ​ພຣະເຈົ້າ​ເຮັດ​ໃຫ້​ພວກເຮົາ​ສຸກ​ສະບາຍ​ໃນ​ຈິດໃຈ. ຜູ້ຍິງ​ແລະ​ເດັກນ້ອຍ​ກໍ​ຮ່ວມ​ໃນ​ການ​ສະຫລອງ​ຄັ້ງ​ນີ້​ດ້ວຍ ແລະ​ສຽງ​ຂອງ​ພວກເຂົາ​ໄດ້ຍິນ​ໄປ​ໄກ​ຫລາຍ​ກິໂລແມັດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.


ໃນ​ວັນ​ທີ່​ໂມເຊ​ກາງ​ຫໍເຕັນ​ສັກສິດ​ສຳເລັດ​ຮຽບຮ້ອຍ​ນັ້ນ; ເພິ່ນ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ ແລະ​ອຸທິດ​ຖວາຍ​ຫໍເຕັນ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ ແລະ​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ແທ່ນບູຊາ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ແຕ່ລະມື້ ຈົ່ງ​ໃຫ້​ຫົວໜ້າ​ແຕ່ລະຄົນ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ທີ່​ແທ່ນ ຕາມ​ຜຽນ​ຂອງ​ໃຜ​ລາວ​ໃຫ້​ຄົບ​ສິບສອງ​ວັນ.”


ລວມ​ຈຳນວນ​ເຄື່ອງ​ຖວາຍ​ທັງໝົດ ທີ່​ພວກ​ຜູ້ນຳ​ສິບສອງ​ຄົນ​ໄດ້​ເອົາ​ມາ ເພື່ອ​ການ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ ມີ​ດັ່ງນີ້: ຊາມ​ເງິນ 12 ໃບ ແລະ​ອ່າງ​ເງິນ 12 ໃບ, ທັງໝົດ​ໜັກ 24 ກິໂລກຼາມ; ຈານ​ຄຳ 12 ໃບ, ທັງໝົດ​ໜັກ 1.200 ກຼາມ; ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ 12 ໂຕ, ທັງ​ພືດຜົນ​ເປັນເມັດ​ທີ່​ຕ້ອງ​ຖວາຍ​ພ້ອມ​ກັນ​ສຳລັບ​ເຜົາບູຊາ. ແບ້ເຖິກ 12 ໂຕ ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະ​ລູກແກະເຖິກ ອາຍຸ​ໜຶ່ງ​ປີ 60 ໂຕ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ແລ້ວ​ນາຍ​ທະຫານ​ທີ່​ມີ​ໜ້າທີ່​ເກນ​ຄົນ​ເປັນ​ທະຫານ​ຈະ​ກ່າວ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ ທີ່​ຫາ​ກໍ​ປຸກ​ເຮືອນ​ແລະ​ບໍ່​ທັນ​ເຂົ້າ​ໄປ​ຢູ່? ຖ້າ​ມີ ຈົ່ງ​ໃຫ້​ຜູ້​ນັ້ນ​ກັບຄືນ​ເມືອ​ຢູ່​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຜູ້​ອື່ນ​ກໍ​ຈະ​ເຂົ້າ​ໄປ​ຢູ່​ເຮືອນ​ແທນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka