ຈົດບັນຊີ 7:1 - ພຣະຄຳພີສັກສິ1 ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ. Uka jalj uñjjattʼäta |
ໃນວັນດຽວກັນນັ້ນ ເພິ່ນຍັງໄດ້ຖວາຍສ່ວນທາງກາງເດີ່ນຫຍ້າ ຄືເຂດທາງໜ້າພຣະວິຫານຂອງພຣະເຈົ້າຢາເວ ແລ້ວໃນທີ່ນັ້ນເພິ່ນໄດ້ເຜົາສັດທັງໂຕຖວາຍບູຊາ, ຖວາຍພືດຜົນເປັນເມັດ ແລະຖວາຍໄຂມັນຂອງສັດ ໃຫ້ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດດັ່ງນີ້ກໍເພາະແທ່ນບູຊາທອງສຳຣິດນ້ອຍໂພດສຳລັບເຄື່ອງຖວາຍເຫຼົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ.
ລວມຈຳນວນເຄື່ອງຖວາຍທັງໝົດ ທີ່ພວກຜູ້ນຳສິບສອງຄົນໄດ້ເອົາມາ ເພື່ອການອຸທິດຖວາຍແທ່ນບູຊານັ້ນ ມີດັ່ງນີ້: ຊາມເງິນ 12 ໃບ ແລະອ່າງເງິນ 12 ໃບ, ທັງໝົດໜັກ 24 ກິໂລກຼາມ; ຈານຄຳ 12 ໃບ, ທັງໝົດໜັກ 1.200 ກຼາມ; ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກ ອາຍຸໜຶ່ງປີ 12 ໂຕ, ທັງພືດຜົນເປັນເມັດທີ່ຕ້ອງຖວາຍພ້ອມກັນສຳລັບເຜົາບູຊາ. ແບ້ເຖິກ 12 ໂຕ ສຳລັບຖວາຍບູຊາລຶບລ້າງບາບ; ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະລູກແກະເຖິກ ອາຍຸໜຶ່ງປີ 60 ໂຕ ສຳລັບຖວາຍເພື່ອຄວາມສາມັກຄີທຳ.