8 ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງປະພຶດຕົນຢ່າງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ.
ຖ້າມີຄົນໜຶ່ງຫາກຕາຍຢ່າງກະທັນຫັນຢູ່ໃກ້ຄົນນາຊີຣີ ອັນເປັນເຫດໃຫ້ຜົມອັນສັກສິດຂອງລາວເປັນມົນທິນ ລາວຕ້ອງຄອຍຖ້າເຈັດວັນກ່ອນຈຶ່ງຕັດຜົມແລະແຖໜວດໄດ້. ແລ້ວລາວກໍຈະເປັນມົນທິນຕາມກົດບັນຍັດ.
ຂ້ານ້ອຍໄດ້ພາວັນນາອະທິຖານຂໍລູກນຳພຣະອົງ ແລະພຣະເຈົ້າຢາເວກໍໂຜດໃຫ້ຕາມທີ່ຂ້ານ້ອຍໄດ້ພາວັນນາອະທິຖານຂໍນັ້ນແລ້ວ.
ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດເດັກນີ້ໃຫ້ແກ່ພຣະເຈົ້າຢາເວ, ລາວຈະເປັນຂອງພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງລາວ.” ແລ້ວພວກເຂົາ ກໍນະມັດສະການຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ.