4 ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນ ແມ່ນແຕ່ແນວປູກແລະເປືອກຂອງມັນກໍຕາມ.
ອັນນີ້ ເປັນກົດບັນຍັດຂອງຄົນນາຊີຣີ, ແຕ່ຖ້າຄົນນາຊີຣີຜູ້ໜຶ່ງຫາກສາບານວ່າ ຈະຖວາຍບູຊາແກ່ພຣະເຈົ້າຢາເວນອກເໜືອໄປກວ່ານີ້ອີກ ລາວຕ້ອງປະຕິບັດໃຫ້ສຳເລັດຕາມທີ່ຕົນໄດ້ສາບານໄວ້.”
ຈະຕ້ອງບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນຫລືກິນໝາກອະງຸ່ນສົດຫລືແຫ້ງ.
ໃນລະຫວ່າງທີ່ອຸທິດຕົນເປັນຄົນນາຊີຣີຢູ່ນັ້ນ ລາວຈະຕ້ອງບໍ່ຕັດຜົມຫລືແຖໜວດ. ລາວຈະຕ້ອງຢູ່ໃຕ້ຄຳບະບົນຕົວຕະຫລອດເວລາທີ່ວ່າ ຈະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ແລະລາວຈະຕ້ອງຈົ່ງຜົມແລະຈົ່ງໜວດຂອງຕົນ.
ນາງບໍ່ຕ້ອງກິນສິ່ງໃດໆທີ່ໄດ້ມາຈາກຕົ້ນອະງຸ່ນ ທັງບໍ່ຕ້ອງດື່ມນໍ້າອະງຸ່ນຫລືເຫຼົ້າ ແລະບໍ່ຕ້ອງກິນອາຫານໃດໆທີ່ຫວງຫ້າມ. ນາງຕ້ອງເຮັດທຸກໆສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.”