3 ຈະຕ້ອງບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນຫລືກິນໝາກອະງຸ່ນສົດຫລືແຫ້ງ.
“ເຈົ້າແລະພວກລູກຊາຍຂອງເຈົ້າບໍ່ຕ້ອງເຂົ້າມາທີ່ຫໍເຕັນບ່ອນຊຸມນຸມ ເມື່ອພວກເຈົ້າດື່ມເຫຼົ້າອະງຸ່ນ ຫລືເຫລົ້າປຸກ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າຈະຕາຍ. ອັນນີ້ແມ່ນລະບຽບການທີ່ຈະຕ້ອງປະຕິບັດກັນ ທຸກຊົ່ວເຊັ່ນເຊື້ອສາຍຂອງພວກເຈົ້າ.
ເຮົາໄດ້ເລືອກເອົາລູກຊາຍຂອງພວກເຈົ້າບາງຄົນໃຫ້ເປັນຜູ້ທຳນວາຍ ແລະໃຫ້ຊາຍໜຸ່ມບາງຄົນໃນພວກເຈົ້າເປັນຄົນນາຊີຣີ. ຊາວອິດສະຣາເອນເອີຍ ສິ່ງນີ້ເປັນຄວາມຈິງຫລືບໍ່? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ພວກເຈົ້າບັງຄັບຄົນນາຊີຣີດື່ມເຫຼົ້າອະງຸ່ນ; ແລະຫ້າມປາມພວກຜູ້ທຳນວາຍບໍ່ໃຫ້ປະກາດຖ້ອຍຄຳຂອງເຮົາ.
ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນ ແມ່ນແຕ່ແນວປູກແລະເປືອກຂອງມັນກໍຕາມ.
ເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າປຸກແຕ່ຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ຕັ້ງແຕ່ຈາກທ້ອງແມ່ມາ
“ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງເຈົ້າທັງຫລາຍໜັກໄປໃນການກິນລ້ຽງ ແລະດື່ມເຫຼົ້າເມົາສຸຣາ ແລະໃນການວິຕົກກັງວົນເຖິງຊີວິດນີ້ ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ
ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານກໍດີກວ່າ.
ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ.
ຕໍ່ໄປຢ່າດື່ມແຕ່ນໍ້າສິ່ງດຽວ ແຕ່ຄວນໃຊ້ເຫລົ້າແວງແດ່ເລັກນ້ອຍ ເພາະເຫັນແກ່ກະເພາະອາຫານ ແລະຄວາມອ່ອນແຮງທີ່ເຈົ້າມີຢູ່ເລື້ອຍນັ້ນ.
ເພາະເປັນເລື່ອງຂອງກິນ ຂອງດື່ມ ແລະພິທີຊຳລະລ້າງຕ່າງໆເທົ່ານັ້ນ ເປັນພິທີສຳລັບການປະຕິບັດທາງກາຍ ທີ່ໄດ້ຊົງບັນຍັດໄວ້ ຈົນກວ່າຈະໄດ້ຊົງປ່ຽນແປງໃໝ່.
ນາງບໍ່ຕ້ອງກິນສິ່ງໃດໆທີ່ໄດ້ມາຈາກຕົ້ນອະງຸ່ນ ທັງບໍ່ຕ້ອງດື່ມນໍ້າອະງຸ່ນຫລືເຫຼົ້າ ແລະບໍ່ຕ້ອງກິນອາຫານໃດໆທີ່ຫວງຫ້າມ. ນາງຕ້ອງເຮັດທຸກໆສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.”
ສະນັ້ນ ເຈົ້າຈົ່ງລະວັງໃຫ້ດີ! ຢ່າດື່ມນໍ້າອະງຸ່ນ ຫລືເຫຼົ້າ ຫລືອາຫານໃດໆທີ່ຫວງຫ້າມ;