Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 6:25 - ພຣະຄຳພີສັກສິ

25 ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ແລະ​ກະລຸນາ;

Uka jalj uñjjattʼäta Copia luraña




ຈົດບັນຊີ 6:25
15 Jak'a apnaqawi uñst'ayäwi  

ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ນ້ອງຊາຍ​ຄີງໆ​ຂອງຕົນ ເພິ່ນ​ກໍ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ຄົງ​ເປັນ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ ທີ່​ພວກເຈົ້າ​ໄດ້​ເວົ້າ​ສູ່​ຂ້ອຍ​ຟັງ​ເມື່ອ​ມາ​ຄັ້ງ​ກ່ອນ​ແມ່ນ​ບໍ? ນ້ອງເອີຍ ຂໍ​ພຣະເຈົ້າ​ຈົ່ງ​ອວຍພອນ​ເຈົ້າ​ເດີ.”


ຂໍ​ຊົງ​ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ທັງ​ອວຍພອນ​ຂ້ານ້ອຍ​ດ້ວຍ. ແລະ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ​ແດ່ທ້ອນ.


ພຣະພອນ​ນັ້ນ​ກໍ​ດຳລົງ​ຢູ່​ກັບ​ເພິ່ນ​ຕະຫລອດໄປ ເພິ່ນ​ຊົມຊື່ນ​ຍິນດີ​ທີ່ສຸດ​ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ໂຜດ​ແນມເບິ່ງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ຄວາມ​ເມດຕາ ໂດຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ.


ແຕ່​ຄວາມ​ຊົມຊື່ນ​ຍິນດີ ທີ່​ພຣະອົງ​ຊົງ​ປະທານ​ໃຫ້​ຂ້ານ້ອຍ​ນັ້ນ ຈະ​ມີ​ຫລາຍກວ່າ​ເຂົ້າ ແລະ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ມີ.


ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນໄພ.


ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ​ແດ່ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ພົ້ນໄພ.


ຂໍ​ຊົງ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແລະ​ໂຜດ​ພຣະຄຸນ​ໃຫ້​ຂ້ານ້ອຍ​ແດ່ ຂໍ​ຊົງ​ໂຜດ​ຊູ​ກຳລັງ​ຂຶ້ນ​ໃຫ້​ພົ້ນ​ຈາກ​ໂພຍໄພ​ແດ່ທ້ອນ ເພາະວ່າ​ຂ້ານ້ອຍ​ນີ້​ກໍໄດ້​ຮັບໃຊ້​ພຣະອົງ ເໝືອນດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ເຄີຍ​ໄດ້​ປະຕິບັດ​ມາ​ນັ້ນ.


ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ໃຫ້​ຄຸນຄວາມດີ​ທັງໝົດ​ຂອງເຮົາ ຜ່ານ​ໄປ​ຕໍ່ໜ້າ​ຕໍ່ຕາ​ເຈົ້າ ແລະ​ທັງ​ຈະ​ບອກ​ຊື່​ອັນ​ສັກສິດ​ຂອງເຮົາ​ໃຫ້​ເຈົ້າ​ຮູ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສຳແດງ​ຄວາມ​ເມດຕາປານີ ຕໍ່​ຜູ້​ທີ່​ເຮົາ​ໄດ້​ເລືອກ​ເອົາ.


ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂໍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລະຄຳ​ທູນຂໍ​ຂອງເຂົາ​ແດ່ທ້ອນ. ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ພຣະພັກ​ຂອງ​ພຣະອົງ​ສ່ອງແສງ​ເໜືອ​ພຣະວິຫານ​ຂອງ​ພຣະອົງ​ທີ່​ຮົກຮ້າງ​ແລ້ວ​ນັ້ນ.


“ບັດນີ້​ບັນດາ​ປະໂຣຫິດ​ເອີຍ ລອງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ໃຫ້​ກະລຸນາ​ພວກເຮົາ​ເບິ່ງດູ. ພຣະອົງ​ຈະ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ດອກ ແລະ​ຄົງ​ຈະ​ເປັນ​ເພາະ​ຄວາມຜິດ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka