ໃຫ້ພວກປະໂຣຫິດຊາວເລວີໄປຮ່ວມໃນພິທີເໝືອນກັນ ເພາະແມ່ນພວກເຂົາທີ່ເປັນຜູ້ຕັດສິນຊີ້ຂາດທຸກໆຄະດີຕາມກົດບັນຍັດກ່ຽວກັບການທຳລາຍຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກເອົາປະໂຣຫິດຊາວເລວີໃຫ້ຮັບໃຊ້ພຣະອົງ ແລະໃຫ້ກ່າວຄຳອວຍພອນໃນນາມຂອງພຣະເຈົ້າຢາເວ.