Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 6:2 - ພຣະຄຳພີສັກສິ

2 “ຈົ່ງ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ບະບົນ​ຕົນເອງ​ເປັນ​ພິເສດ​ວ່າ ຈະ​ເປັນ​ຄົນ​ນາຊີຣີ​ແລະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




ຈົດບັນຊີ 6:2
21 Jak'a apnaqawi uñst'ayäwi  

ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”


ຄົນ​ທີ່​ບໍ່​ຖືກ​ກັບ​ໝູ່ເພື່ອນ​ກໍ​ສົນໃຈ​ນຳ​ແຕ່​ຕົນເອງ ລາວ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ທຸກໆ​ຄົນ​ຮູ້​ວ່າ​ຖືກຕ້ອງ.


ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ; ເພາະ​ໂຢນາດາບ ລູກຊາຍ​ຂອງ​ເຣກາບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ບອກ​ພວກເຮົາ​ວ່າ, ‘ພວກເຈົ້າ​ຢ່າ​ດື່ມ​ເຫຼົ້າ​ອະງຸ່ນ​ຊະນິດ​ໃດໆ​ຈັກເທື່ອ ຄື​ພວກເຈົ້າ​ເອງ ແລະ​ລູກຫລານ​ຂອງ​ພວກເຈົ້າ​ດ້ວຍ.


ພວກເຈົ້າ​ຈະ​ຕ້ອງ​ບໍຣິສຸດ ແລະ​ເປັນ​ປະຊາຊົນ​ຂອງເຮົາ​ເທົ່ານັ້ນ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ. ເຮົາ​ໄດ້​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ຊົນຊາດ​ອື່ນໆ ເພື່ອ​ພວກເຈົ້າ​ເທົ່ານັ້ນ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ.”


“ລະບຽບການ​ຕ່າງໆ​ດັ່ງ​ຕໍ່ໄປນີ້​ສຳລັບ​ປະຊາຊົນ​ອິດສະຣາເອນ: ຖ້າ​ຄົນໃດ​ຄົນໜຶ່ງ​ໄດ້​ສາບານ​ໄວ້​ຢ່າງ​ພິເສດ​ວ່າ​ຕົນ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ ອັນ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້; ລາວ​ຈະ​ເປັນ​ອິດສະຫລະ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຈ່າຍ​ເງິນ​ຈຳນວນ


ເມື່ອ​ຍິງ​ສາວ​ຜູ້ໜຶ່ງ​ຍັງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ຕົນ​ແລະ​ບະບົນ​ໄວ້​ວ່າ ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ແກ່​ພຣະເຈົ້າຢາເວ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໜຶ່ງ​ສິ່ງໃດ;


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,


ເພິ່ນ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ໃນ​ສາຍ​ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພິ່ນ​ຈະ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ​ປຸກ​ແຕ່​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕັ້ງແຕ່​ຈາກ​ທ້ອງ​ແມ່​ມາ


ຫລັງຈາກ​ທີ່​ໂປໂລ​ໄດ້​ພັກ​ຢູ່​ນຳ​ຄົນ​ທີ່ເຊື່ອ​ອີກ​ຫລາຍ​ວັນ ເພິ່ນ​ກໍ​ອຳລາ​ພວກເຂົາ ແລ້ວ​ລົງ​ເຮືອ​ເດີນທາງ​ໄປ​ສູ່​ແຂວງ​ຊີເຣຍ ປີຊະກີລາ ແລະ ອາກີລາ​ກໍ​ເດີນທາງ​ໄປ​ນຳ​ດ້ວຍ ຢູ່​ທີ່​ເມືອງ​ເກັນເຂໄອ ກ່ອນ​ລົງ​ເຮືອ​ອອກ​ເດີນທາງ​ໂປໂລ​ໄດ້​ແຖ​ຫົວ ເພາະ​ໄດ້​ບະບົນ​ຕົວ​ໄວ້.


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ​ໄດ້​ເອີ້ນ​ເຮົາ​ໃຫ້​ບົວລະບັດ​ຮັບໃຊ້​ພຣະອົງ ເມື່ອ​ພຣະອົງ​ຊົງ​ພໍພຣະໄທ


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


ນາງ​ບໍ່​ຕ້ອງ​ກິນ​ສິ່ງໃດໆ​ທີ່​ໄດ້​ມາ​ຈາກ​ຕົ້ນອະງຸ່ນ ທັງ​ບໍ່​ຕ້ອງ​ດື່ມ​ນໍ້າ​ອະງຸ່ນ​ຫລື​ເຫຼົ້າ ແລະ​ບໍ່​ຕ້ອງ​ກິນ​ອາຫານ​ໃດໆ​ທີ່​ຫວງຫ້າມ. ນາງ​ຕ້ອງ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ໄວ້​ນັ້ນ.”


ສະນັ້ນ ເຈົ້າ​ຈົ່ງ​ລະວັງ​ໃຫ້​ດີ! ຢ່າ​ດື່ມ​ນໍ້າ​ອະງຸ່ນ ຫລື​ເຫຼົ້າ ຫລື​ອາຫານ​ໃດໆ​ທີ່​ຫວງຫ້າມ;


ເມື່ອ​ລູກຊາຍ​ຂອງ​ເຈົ້າ​ເກີດ​ມາ​ແລ້ວ ເຈົ້າ​ຕ້ອງ​ບໍ່​ຕັດ​ຜົມ​ໃຫ້​ລາວ​ຈັກເທື່ອ ເພາະ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ເກີດ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ ເປັນ​ຄົນ​ນາຊີຣີ. ລາວ​ຈະ​ຕັ້ງຕົ້ນ​ພາລະກິດ​ໃນ​ການ​ຊ່ວຍກູ້​ເອົາ​ຊາດ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


ໃນ​ທີ່ສຸດ ແຊມຊັນ​ຈຶ່ງ​ບອກ​ນາງ​ຕາມ​ຄວາມຈິງ​ວ່າ, “ຂ້ອຍ​ບໍ່ເຄີຍ​ຕັດ​ຜົມ​ຈັກເທື່ອ ເພາະ​ຂ້ອຍ​ອຸທິດ​ຕົວ​ແກ່​ພຣະເຈົ້າ​ເປັນ​ຄົນ​ນາຊີຣີ ນັບ​ຕັ້ງແຕ່​ມື້​ທີ່​ຂ້ອຍ​ໄດ້​ເກີດ​ມາ. ຖ້າ​ຂ້ອຍ​ຕັດ​ຜົມ​ເມື່ອໃດ ຂ້ອຍ​ຈະ​ສູນເສຍ​ແຮງ​ເມື່ອນັ້ນ ແລະ​ຂ້ອຍ​ຈະ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ອຸທິດ​ເດັກ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ, ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.” ແລ້ວ​ພວກເຂົາ ກໍ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka