Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 6:19 - ພຣະຄຳພີສັກສິ

19 ແລ້ວ​ປະໂຣຫິດ​ກໍ​ຈະ​ເອົາ​ຊີ້ນ​ຂາໜ້າ​ຂອງ​ແກະເຖິກ ທີ່​ຕົ້ມ​ສຸກ​ແລ້ວ ພ້ອມ​ທັງ​ເຂົ້າໜົມ​ໜາ​ແຜ່ນ​ໜຶ່ງ​ແລະ​ເຂົ້າໜົມ​ບາງ​ແຜ່ນ​ໜຶ່ງ ໄປ​ໃສ່​ມື​ຂອງ​ຄົນ​ນາຊີຣີ.

Uka jalj uñjjattʼäta Copia luraña




ຈົດບັນຊີ 6:19
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ຕໍ່ໄປນີ້


ຈົ່ງ​ໃຫ້​ລາວ​ຖື​ມາ​ໂດຍ​ຕົນເອງ​ຕາມ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ສັດ​ພ້ອມ​ທັງ​ຊີ້ນ​ໜ້າເອິກ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ເອົາ​ອາຫານ​ທັງໝົດ​ນີ້ ວາງ​ໃສ່​ມື​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ພວກເຂົາ​ໄດ້​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ທີ່​ຕົ້ມ​ໄວ້​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ, ແລ້ວ​ກິນ​ໃນ​ທີ່ນັ້ນ​ກັບ​ເຂົ້າຈີ່​ໃນ​ກະຕ່າ​ສຳລັບ​ການ​ສະຖາປະນາ​ຕາມ​ຄຳສັ່ງ​ນັ້ນ.


“ຈົ່ງ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ບະບົນ​ຕົນເອງ​ເປັນ​ພິເສດ​ວ່າ ຈະ​ເປັນ​ຄົນ​ນາຊີຣີ​ແລະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ


ຍິ່ງ​ໄປ​ກວ່າ​ນີ້​ອີກ ກ່ອນ​ທີ່​ຈະ​ເອົາ​ໄຂມັນ​ໄປ​ເຜົາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ນັ້ນ​ວ່າ, “ຂໍ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ໄປ​ໃຫ້​ປະໂຣຫິດ​ປິ້ງ​ກິນ​ແດ່ ເພາະ​ເພິ່ນ​ບໍ່​ຮັບ​ເອົາ​ຊີ້ນ​ຕົ້ມ ເພິ່ນ​ຢາກ​ໄດ້​ແຕ່​ຊີ້ນ​ດິບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka