Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 6:18 - ພຣະຄຳພີສັກສິ

18 ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຄົນ​ນາຊີຣີ​ຈະ​ແຖ​ຫົວ​ຂອງຕົນ​ແລະ​ເອົາ​ຜົມ​ໄປ​ຈູດ​ໄຟ ທີ່​ກຳລັງ​ໄໝ້​ເຄື່ອງ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 6:18
9 Jak'a apnaqawi uñst'ayäwi  

ເພິ່ນ​ຈະ​ຕ້ອງ​ຖວາຍ​ແກະເຖິກ ໃຫ້​ແກ່​ພຣະເຈົ້າຢາເວ​ເພື່ອ​ຄວາມ​ສາມັກຄີທຳ ພ້ອມ​ກັບ​ກະຕ່າ​ເຂົ້າຈີ່​ນັ້ນ; ເພິ່ນ​ຈະ​ຕ້ອງ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ​ອີກ​ດ້ວຍ.


ໃນ​ລະຫວ່າງ​ທີ່​ອຸທິດ​ຕົນ​ເປັນ​ຄົນ​ນາຊີຣີ​ຢູ່​ນັ້ນ ລາວ​ຈະ​ຕ້ອງ​ບໍ່​ຕັດ​ຜົມ​ຫລື​ແຖ​ໜວດ. ລາວ​ຈະ​ຕ້ອງ​ຢູ່​ໃຕ້​ຄຳ​ບະບົນຕົວ​ຕະຫລອດ​ເວລາ​ທີ່​ວ່າ ຈະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ລາວ​ຈະ​ຕ້ອງ​ຈົ່ງ​ຜົມ​ແລະ​ຈົ່ງ​ໜວດ​ຂອງຕົນ.


ຖ້າ​ມີ​ຄົນ​ໜຶ່ງ​ຫາກ​ຕາຍ​ຢ່າງ​ກະທັນຫັນ​ຢູ່​ໃກ້​ຄົນ​ນາຊີຣີ ອັນ​ເປັນ​ເຫດ​ໃຫ້​ຜົມ​ອັນ​ສັກສິດ​ຂອງ​ລາວ​ເປັນ​ມົນທິນ ລາວ​ຕ້ອງ​ຄອຍ​ຖ້າ​ເຈັດ​ວັນ​ກ່ອນ​ຈຶ່ງ​ຕັດ​ຜົມ​ແລະ​ແຖ​ໜວດ​ໄດ້. ແລ້ວ​ລາວ​ກໍ​ຈະ​ເປັນມົນທິນ​ຕາມ​ກົດບັນຍັດ.


ສຳລັບ​ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ພວກເຈົ້າ​ປະຕິບັດ​ທຸກຢ່າງ ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ ຈົ່ງ​ເວົ້າ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ເພາະ​ພຽງແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ເທົ່ານັ້ນ.”’


ຫລັງຈາກ​ທີ່​ໂປໂລ​ໄດ້​ພັກ​ຢູ່​ນຳ​ຄົນ​ທີ່ເຊື່ອ​ອີກ​ຫລາຍ​ວັນ ເພິ່ນ​ກໍ​ອຳລາ​ພວກເຂົາ ແລ້ວ​ລົງ​ເຮືອ​ເດີນທາງ​ໄປ​ສູ່​ແຂວງ​ຊີເຣຍ ປີຊະກີລາ ແລະ ອາກີລາ​ກໍ​ເດີນທາງ​ໄປ​ນຳ​ດ້ວຍ ຢູ່​ທີ່​ເມືອງ​ເກັນເຂໄອ ກ່ອນ​ລົງ​ເຮືອ​ອອກ​ເດີນທາງ​ໂປໂລ​ໄດ້​ແຖ​ຫົວ ເພາະ​ໄດ້​ບະບົນ​ຕົວ​ໄວ້.


ເພາະ​ສະນັ້ນ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ທ່ານ, ສິ່ງ​ທີ່​ພວກເຮົາ​ຢາກ​ໃຫ້​ທ່ານ​ເຮັດ ຄື​ເຮົາ​ມີ​ຊາຍ​ສີ່​ຄົນ​ທີ່​ໄດ້​ບະບົນ​ຕົວ​ໄວ້.


ຈົ່ງ​ນຳ​ພວກເຂົາ​ໄປ ແລະ​ໃຫ້​ທ່ານ​ເຂົ້າ​ຮ່ວມ​ພິທີ​ຊຳລະ​ຕົວ​ກັບ​ພວກເຂົາ ແລະ​ຈ່າຍ​ຄ່າ​ທຳນຽມ​ຊຳລະ​ຕົວ​ໃຫ້​ແກ່​ພວກເຂົາ​ດ້ວຍ, ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ແຖ​ຫົວ​ຂອງ​ພວກ​ຕົນ​ໄດ້. ແລ້ວ​ຄົນ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ເລື່ອງ​ທີ່​ພວກເຂົາ​ໄດ້ຍິນ​ເຖິງ​ທ່ານ​ນັ້ນ ບໍ່​ເປັນ​ຄວາມຈິງ​ຈັກ​ຂໍ້, ແຕ່​ທ່ານ​ເອງ​ເປັນ​ຜູ້​ຢຶດຖື ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຢູ່.


ໂປໂລ​ຈຶ່ງ​ພາສີ່​ຄົນ​ນັ້ນ​ໄປ ແລະ​ວັນ​ຕໍ່ມາ ກໍໄດ້​ຊຳລະ​ຕົວ​ດ້ວຍ​ກັນ​ກັບ​ພວກເຂົາ, ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ ແລະ​ປະກາດ​ວັນ​ທີ່​ການ​ຊຳລະ​ຕົວ​ນັ້ນ​ຈະ​ສຳເລັດ ຄື​ວັນ​ທີ່​ຈະ​ນຳ​ເຄື່ອງ​ບູຊາ​ມາ​ຖວາຍ​ສຳລັບ​ພວກເຂົາ​ແຕ່ລະຄົນ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka