10 ໃນວັນທີແປດ ລາວຈະຕ້ອງນຳນົກເຂົາຫລືນົກກາງແກແນວລະສອງໂຕ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຫລັງຈາກຊຳລະຕົນໃຫ້ໝົດມົນທິນແລ້ວ ລາວຕ້ອງລໍຖ້າຈົນເຖິງເຈັດວັນສາກ່ອນ
ຖ້າຜູ້ໃດຜູ້ໜຶ່ງຖວາຍນົກເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ຕ້ອງໃຫ້ແມ່ນນົກເຂົາຫລືນົກກາງແກ.
ເມື່ອກຳນົດຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ ບໍ່ວ່າໄດ້ລູກຜູ້ຍິງຫລືລູກຜູ້ຊາຍກໍດີ ນາງຈະຕ້ອງນຳລູກແກະອາຍຸໜຶ່ງປີ ມາໃຫ້ປະໂຣຫິດທີ່ຫໍເຕັນບ່ອນຊຸມນຸມ ເພື່ອເຮັດພິທີເຜົາຖວາຍບູຊາ ແລະນົກກາງແກຫລືນົກເຂົາໜຶ່ງໂຕ ເພື່ອຖວາຍບູຊາລຶບລ້າງບາບ.
ເປັນເຄື່ອງຖວາຍລຶບລ້າງບາບ ແລະອີກໂຕໜຶ່ງນັ້ນເປັນເຄື່ອງເຜົາບູຊາດ້ວຍໄຟ ຖວາຍກັບພືດຜົນເປັນເມັດ. ໃນທຳນອງນີ້ ປະໂຣຫິດຈະເຮັດພິທີຊຳລະໃຫ້ໝົດມົນທິນຂອງຜູ້ຮັບການຊຳລະຕໍ່ໜ້າພຣະເຈົ້າຢາເວ.
ໃນວັນທີແປດ ລາວຈະຕ້ອງເອົານົກເຂົາຫລືນົກກາງແກສອງໂຕ ໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະມອບນົກນັ້ນໃຫ້ປະໂຣຫິດ.
ໃນວັນທີແປດ ນາງຈະຕ້ອງນຳນົກເຂົາຫລືນົກກາງແກສອງໂຕມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ພຣະອົງຜູ້ຊົງຖືກມອບໄວ້ໃຫ້ເຖິງແກ່ຄວາມຕາຍແລ້ວ ເພາະບາບກຳຂອງພວກເຮົາ ແລະພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນຂຶ້ນມາຈາກຄວາມຕາຍ ເພື່ອໃຫ້ພວກເຮົາໄດ້ຊົງຖືວ່າ ເປັນຄົນຊອບທຳຕໍ່ໜ້າພຣະອົງ.