9 ເຊັ່ນດຽວກັນ ການຖວາຍແກວ່ງໄປແກວ່ງມາທຸກເທື່ອ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍ ຈະເປັນຂອງປະໂຣຫິດຜູ້ປະກອບພິທີລຶບລ້າງບາບ.
ອັນນີ້ແມ່ນການຕັດສິນໃຈທີ່ບໍ່ປ່ຽນແປງຂອງເຮົາ. ເວລາທີ່ປະຊາຊົນຂອງເຮົາຖວາຍເພື່ອຄວາມສາມັກຄີທຳ ຊີ້ນໜ້າເອິກແລະຂາໜ້າຂອງແກະໃຫ້ເປັນສ່ວນຂອງປະໂຣຫິດ. ອັນນີ້ແມ່ນເຄື່ອງຖວາຍຂອງປະຊາຊົນທີ່ຖວາຍແກ່ພຣະເຈົ້າຢາເວ.
ຈົ່ງກິນໃນບ່ອນບໍຣິສຸດ ເພາະແມ່ນສ່ວນຂອງເຈົ້າແລະແມ່ນສ່ວນຂອງພວກລູກຊາຍຂອງເຈົ້າ ທີ່ໄດ້ມາຈາກການຖວາຍອາຫານບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນສິ່ງທີ່ເຮົາໄດ້ຮັບສັ່ງໄວ້ແລ້ວ.
ແຕ່ເຈົ້າພ້ອມຄອບຄົວຂອງເຈົ້າຈົ່ງກິນຊີ້ນໜ້າເອິກແລະຊີ້ນຂາຫລັງ ແລະຈົ່ງກິນໄດ້ໃນທຸກໆບ່ອນທີ່ບໍ່ເປັນມົນທິນຕາມກົດບັນຍັດ. ເຄື່ອງຖວາຍເຫຼົ່ານີ້ໄດ້ມອບແກ່ເຈົ້າແລະເຊື້ອສາຍຂອງເຈົ້າແລ້ວ ຊຶ່ງເປັນສ່ວນທີ່ພວກເຈົ້າໄດ້ຮັບຈາກການຖວາຍ ເພື່ອຄວາມສາມັກຄີທຳຂອງປະຊາຊົນອິດສະຣາເອນ.
ຊີ້ນຂາຫລັງກັບຊີ້ນໜ້າເອິກພ້ອມໄຂມັນ ທຸກຢ່າງທີ່ຖວາຍບູຊາດ້ວຍໄຟ ຈົ່ງເອົາມາເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ສ່ວນນີ້ເປັນຂອງເຈົ້າກັບເຊື້ອສາຍຂອງເຈົ້າສືບໄປ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.”
ປະໂຣຫິດຜູ້ເຮັດພິທີຖວາຍບູຊາ ຈະກິນຊີ້ນສັດນັ້ນໄດ້ໃນບ່ອນສັກສິດ ຄືໃນເດີ່ນຂອງຫໍເຕັນບ່ອນຊຸມນຸມ.
ຂາຂວາດ້ານຫລັງສັດຈະຕ້ອງມອບເປັນຂອງບຳລຸງແກ່ປະໂຣຫິດ
ຊີ້ນໜ້າເອິກແລະຊີ້ນຂາຂວາດ້ານຫລັງຂອງສັດ ທີ່ປະຊາຊົນອິດສະຣາເອນນຳມາຖວາຍເປັນຂອງມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ.
ເຄື່ອງຖວາຍພິເສດທັງໝົດເປັນບໍຣິສຸດທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ເປັນຂອງເຈົ້າແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ ແມ່ນພັນທະສັນຍາຂອງເກືອອັນປ່ຽນແປງບໍ່ໄດ້ຕໍ່ໜ້າພຣະເຈົ້າຢາເວສຳລັບເຈົ້າແລະເຊື້ອສາຍຂອງເຈົ້າ.”
ສະນັ້ນ ໂມເຊຈຶ່ງໄດ້ມອບເຄື່ອງຖວາຍພິເສດແກ່ພຣະເຈົ້າຢາເວນີ້ ໃຫ້ປະໂຣຫິດເອເລອາຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ.
ຈົ່ງນຳເອົາເຄື່ອງຖວາຍແລະເຄື່ອງຖວາຍຕ່າງໆ ທີ່ພວກເຈົ້າໄດ້ສັນຍາວ່າຈະຖວາຍ, ໃຫ້ຖືໄປຍັງສະຖານທີ່ທີ່ພຣະເຈົ້າຢາເວໄດ້ເລືອກໄວ້.