Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:8 - ພຣະຄຳພີສັກສິ

8 ແຕ່​ຖ້າ​ຜູ້​ຮັບ​ນັ້ນ​ຫາກ​ຕາຍໄປ ແລະ​ບໍ່ມີ​ຍາດພີ່ນ້ອງ​ໃກ້ຄຽງ​ທີ່​ຈະ​ຮັບ​ຄ່າ​ໃຊ້​ແທນຄືນ; ຈົ່ງ​ມອບ​ເງິນ​ນັ້ນ​ໃຫ້​ປະໂຣຫິດ​ເພື່ອ​ເປັນ​ການ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ. ນອກຈາກນີ້ ຜູ້​ເຮັດ​ຜິດ​ຈະ​ຕ້ອງ​ຖວາຍ​ແກະເຖິກ​ໂຕໜຶ່ງ ເພື່ອ​ປະກອບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:8
8 Jak'a apnaqawi uñst'ayäwi  

ເງິນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ຊຳລະຄືນ ແລະ​ໄດ້​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ລຶບລ້າງ​ບາບ​ນັ້ນ ບໍ່ແມ່ນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ເງິນ​ສ່ວນ​ນີ້​ເປັນ​ຂອງ​ພວກ​ປະໂຣຫິດ.


ລາວ​ຕ້ອງ​ຈ່າຍ​ສິ່ງ​ທີ່​ຍັງ​ຄ້າງ​ຢູ່​ນັ້ນ​ກ່ອນ ແລະ​ຈ່າຍ​ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຄ່າ​ທົດແທນ​ການ​ຫລົງ​ລືມ. ລາວ​ຈະ​ຕ້ອງ​ຈ່າຍ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ປະໂຣຫິດ ແລະ​ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລະບຽບ​ການ​ຂໍ້​ໜຶ່ງ​ທີ່​ໃຊ້​ປະຕິບັດ​ກັບ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເພື່ອ​ຊົດໃຊ້​ແທນຄືນ​ຄື: ຊີ້ນ​ສັດ​ນັ້ນ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.


ລາວ​ຕ້ອງ​ສາລະພາບ​ຄວາມຜິດ​ຂອງຕົນ ແລະ​ໃຫ້​ໃຊ້​ແທນຄືນ​ແກ່​ຜູ້​ທີ່​ຕົນ​ໄດ້​ເຮັດ​ຜິດ​ນັ້ນ ທັງ​ຕື່ມ​ອີກ​ຊາວ​ເປີເຊັນ.


ເຊັ່ນດຽວ​ກັນ ການ​ຖວາຍ​ແກວ່ງໄປ​ແກວ່ງມາ​ທຸກ​ເທື່ອ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ປະກອບ​ພິທີ​ລຶບລ້າງ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka