7 ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ.
ແລ້ວຂ້ານ້ອຍກໍສາລະພາບບາບຕໍ່ພຣະເຈົ້າຢາເວໂດຍບໍ່ໄດ້ປິດບັງຫຍັງ ຄືການເຮັດຜິດຂອງຂ້ານ້ອຍທຸກຢ່າງນັ້ນ. ຂ້ານ້ອຍໄດ້ຕັດສິນໃຈຄັກແນ່ແລ້ວວ່າ ສາລະພາບຕໍ່ພຣະອົງ ການບາບທັງໝົດຂອງຂ້ານ້ອຍກໍຖືກອະໄພແລ້ວ.
ຜູ້ທີ່ຊ້ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.
ແຕ່ຖ້າພວກເຈົ້າຈະສາລະພາບການບາບຂອງພວກເຂົາ ແລະການບາບຂອງບັນພະບຸລຸດຜູ້ທີ່ໄດ້ກະບົດຕໍ່ເຮົາ
ອັນເປັນຕົ້ນເຫດໃຫ້ເຮົາຫັນມາຕໍ່ສູ້ພວກເຂົາ ແລະສົ່ງພວກເຂົາເຂົ້າໄປອາໄສຢູ່ໃນດິນແດນຂອງເຫຼົ່າສັດຕູ. ໃນທີ່ສຸດ ເມື່ອເຊື້ອສາຍຂອງພວກເຂົາຍອມຖ່ອມຕົວລົງ ແລະຍອມຮັບໂທດ ອັນເນື່ອງມາຈາກການບາບ ແລະການກະບົດຂອງພວກເຂົານັ້ນແລ້ວ
ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ຍ້ອນລືມຊຳລະສິ່ງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ ໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ແທນຄືນຫລັງໃຫ້ພຣະອົງ ລາວຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ.
ລາວຕ້ອງຈ່າຍສິ່ງທີ່ຍັງຄ້າງຢູ່ນັ້ນກ່ອນ ແລະຈ່າຍເພີ່ມອີກໜຶ່ງສ່ວນຫ້າເປັນຄ່າທົດແທນການຫລົງລືມ. ລາວຈະຕ້ອງຈ່າຍສິ່ງເຫຼົ່ານີ້ໃຫ້ແກ່ປະໂຣຫິດ ແລະປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
ເມື່ອບຸກຄົນໜຶ່ງກະທຳຜິດ ລາວຕ້ອງສາລະພາບບາບຂອງຕົນ
ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ.
ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ.
ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.”
ສະນັ້ນ ໂຢຊວຍຈຶ່ງໄດ້ກ່າວແກ່ອາການວ່າ, “ລູກເອີຍ ຂໍໃຫ້ເຈົ້າຈົ່ງຖວາຍສະຫງ່າຣາສີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະສາລະພາບຜິດບາບຕໍ່ພຣະອົງສາ. ຈົ່ງບອກເຮົາມາດຽວນີ້ວ່າເຈົ້າໄດ້ເຮັດຫຍັງແດ່? ຢ່າພະຍາຍາມປິດບັງເຮົາເລີຍ.”