ຈົດບັນຊີ 5:29 - ພຣະຄຳພີສັກສິ29-30 ອັນນີ້ ແມ່ນກົດບັນຍັດໃນກໍລະນີທີ່ຊາຍຜູ້ໜຶ່ງຫຶງຫວງແລະສົງໄສວ່າ ເມຍຂອງຕົນຫລີ້ນຊູ້. ແລ້ວຍິງນັ້ນຈະຕ້ອງຢືນຢູ່ຕໍ່ໜ້າແທ່ນບູຊາຊ້ອງໜ້າພຣະເຈົ້າຢາເວ ແລະປະໂຣຫິດຈະເປັນຜູ້ປະຕິບັດຕາມກົດບັນຍັດນີ້ທຸກປະການ. Uka jalj uñjjattʼäta |
“ໃຫ້ມອບຄຳແນະນຳດັ່ງຕໍ່ໄປນີ້ແກ່ປະຊາຊົນອິດສະຣາເອນວ່າ ຖ້າຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນວ່າ ນາງບໍ່ສັດຊື່ແລະເປັນຊູ້ກັບຊາຍຄົນອື່ນ, ແຕ່ຕົນບໍ່ແນ່ໃຈຍ້ອນວ່າຜູ້ເປັນເມຍອາດອຳໄວ້ ຄືບໍ່ມີຜູ້ຮູ້ເຫັນເປັນພະຍານໃຫ້ ແລະຈັບບໍ່ໄດ້ຄາທີ່ຄາບ່ອນ ຫລືອາດເປັນໄປໄດ້ທີ່ຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນ ໂດຍທີ່ນາງບໍ່ໄດ້ນອກໃຈຕົນກໍຕາມ.