ເຖິງແມ່ນວ່າ ຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳ ທີ່ຍ່ອມຮູ້ສູນຫາຍໄປ. ດັ່ງນັ້ນ ການທົດລອງຕ່າງໆເກີດຂຶ້ນ ເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ ປາກົດວ່າ ຄວນໄດ້ຮັບຄຳສັນລະເສີນ ສະຫງ່າຣາສີ ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ.