ຈົດບັນຊີ 5:27 - ພຣະຄຳພີສັກສິ27 ຖ້ານາງຫາກໄດ້ຫລີ້ນຊູ້ແທ້ ນໍ້ານັ້ນກໍຈະເຮັດໃຫ້ນາງໄດ້ຮັບຄວາມເຈັບປວດຢ່າງແຮງ; ທ້ອງຂອງນາງຈະໃຄ່ແລະອະໄວຍະວະກໍຈະລີບເຂົ້າ. ຝ່າຍຄົນທັງຫລາຍຈະສາບແຊ່ງຊື່ຂອງນາງ. Uka jalj uñjjattʼäta |
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ປະຊາຊົນຢູດາແລະອິດສະຣາເອນເອີຍ ໃນອະດີດນັ້ນ ຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກຖືກຢູດາແລະອິດສະຣາເອນນັ້ນ ຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫຼົ່ານັ້ນກໍຈະເວົ້າຕໍ່ກັນແລະກັນວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາແລະອິດສະຣາເອນນັ້ນ ມາສູ່ພວກເຈົ້າເຊັ່ນກັນ.’ ສະນັ້ນ ຈົ່ງກ້າຫານແລະຢ່າຢ້ານກົວເລີຍ.”