26 ແລ້ວປະໂຣຫິດກໍຈະກຳເອົາແປ້ງໜຶ່ງກຳໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແປ້ງນັ້ນແລ້ວ. ສຸດທ້າຍ ເພິ່ນຈຶ່ງເອົານໍ້າໃຫ້ນາງດື່ມ.
ແລະໃຫ້ລາວນຳສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກຳໜຶ່ງ ພ້ອມນໍ້າມັນແລະເຄື່ອງຫອມ ມາເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ລາວຕ້ອງນຳແປ້ງເຂົ້າມາໃຫ້ປະໂຣຫິດ ຜູ້ທີ່ຈະກຳເອົາແປ້ງເຕັມກຳ ອັນເປັນເຄື່ອງໝາຍສະແດງວ່າໄດ້ຖວາຍດ້ວຍໄຟແກ່ພຣະເຈົ້າຢາເວແລ້ວ ແລະປະໂຣຫິດກໍຈະເຜົາແປ້ງກຳນັ້ນ ເທິງແທ່ນບູຊາເປັນພິທີຖວາຍອາຫານ.
ແລ້ວເພິ່ນກໍຈະເອົາແປ້ງກຳໜຶ່ງແລະນໍ້າມັນໝາກກອກເທດພ້ອມທັງເຄື່ອງຫອມ ໄປເຜົາທີ່ເທິງແທ່ນບູຊາເພື່ອເປັນເຄື່ອງໝາຍສະແດງວ່າ ທັງໝົດນັ້ນໄດ້ຖວາຍແລ້ວ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ປະໂຣຫິດຈະຮັບເອົາແປ້ງຊຶ່ງຖວາຍຕໍ່ໜ້າພຣະເຈົ້າຢາເວນໍາມາທີ່ແທ່ນບູຊາ.