Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:25 - ພຣະຄຳພີສັກສິ

25 ປະໂຣຫິດ​ຈະ​ຮັບ​ເອົາ​ແປ້ງ​ຊຶ່ງ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ນໍາ​ມາ​ທີ່​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:25
6 Jak'a apnaqawi uñst'ayäwi  

ຈົ່ງ​ວາງ​ສິ່ງ​ເຫຼົ່ານີ້​ໃສ່​ໃນ​ອົ້ງ​ມື​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລ້ວ​ບອກ​ພວກເຂົາ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ເອົາ​ອາຫານ​ທັງໝົດ​ນີ້ ວາງ​ໃສ່​ມື​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ພວກເຂົາ​ໄດ້​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ໃນ​ສອງ​ກໍລະນີ​ນີ້ ໃຫ້​ຜູ້​ເປັນ​ຜົວ​ພາ​ເມຍ​ຂອງຕົນ​ໄປ​ຫາ​ປະໂຣຫິດ. ລາວ​ຈະ​ຕ້ອງ​ນຳ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ໄປ​ຖວາຍ, ແຕ່​ລາວ​ຈະ​ບໍ່​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ແປ້ງ ຫລື​ໂຮຍ​ເຄື່ອງຫອມ​ລົງ​ເທິງ​ແປ້ງ​ນັ້ນ ເພາະ​ແມ່ນ​ການ​ຖວາຍ​ທີ່​ເກີດ​ຈາກ​ຄວາມ​ສົງໄສ ເພື່ອ​ຈະ​ນຳ​ຄວາມ​ຈິງໃຈ​ມາ​ສູ່​ຊຶ່ງກັນແລະກັນ.


ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.


ກ່ອນ​ຈະ​ເອົາ​ນໍ້າ​ໃຫ້​ຍິງ​ຜູ້ນັ້ນ​ດື່ມ ຄື​ນໍ້າ​ທີ່​ເຮັດ​ໃຫ້​ນາງ​ເຈັບປວດ


ແລ້ວ​ປະໂຣຫິດ​ກໍ​ຈະ​ກຳ​ເອົາ​ແປ້ງ​ໜຶ່ງ​ກຳ​ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ໄດ້​ຖວາຍ​ແປ້ງ​ນັ້ນ​ແລ້ວ. ສຸດທ້າຍ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ໃຫ້​ນາງ​ດື່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka