Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:23 - ພຣະຄຳພີສັກສິ

23 ແລ້ວ​ປະໂຣຫິດ​ກໍ​ຈະ​ຂຽນ​ຄຳສາບແຊ່ງ​ຈຸ່ມ​ລົງ​ໃນ​ນໍ້າ​ຂົມ ຈົນ​ຄຳສາບແຊ່ງ​ນັ້ນ​ລຶບອອກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:23
14 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ ກ່າວ​ວ່າ​ດັ່ງນີ້: “ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ຊາວ​ນະຄອນ​ທັງໝົດ​ດ້ວຍ​ຄຳສາບແຊ່ງ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ​ໜັງສື​ນີ້ ທີ່​ໄດ້​ອ່ານ​ຕໍ່ໜ້າ​ກະສັດ​ແຫ່ງ​ຢູດາຍ.


ໂອ ຂ້ອຍ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໄດ້ຍິນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ເດ ຂ້ອຍ​ຢືນຢັນ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ໄປ​ນັ້ນ​ໄດ້ ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກະລຸນາ ໂຕ້ຕອບ​ຂ້ອຍ​ມາ​ໃຫ້​ຂ້ອຍ​ຮູ້ຈັກ​ແດ່. ຖ້າ​ຄຳ​ກ່າວຫາ​ທີ່​ຄູ່ຄວາມ​ໄດ້​ນຳ​ມາ ຕໍ່ສູ້​ຂ້ອຍ​ຖືກ​ບັນທຶກ​ລົງ​ເພື່ອ​ຂ້ອຍ​ຈະ​ໄດ້​ເຫັນ.


ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ


ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ບັນທຶກ​ເລື່ອງ​ໄຊຊະນະ​ນີ້​ໄວ້ ເພື່ອ​ຈະ​ໄດ້​ຈົດຈຳ​ຕະຫລອດໄປ. ຈົ່ງ​ບອກ​ໂຢຊວຍ​ວ່າ ເຮົາ​ຈະ​ທຳລາຍ​ຊາວ​ອາມາເຫຼັກ​ໃຫ້​ກ້ຽງ.”


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ນໍ້າ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ ເຮັດ​ໃຫ້​ທ້ອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ດ້ວຍ.’ ຍິງ​ນັ້ນ​ຈະ​ຕ້ອງ​ຕອບ​ວ່າ, ‘ອາແມນ ອາແມນ.’


ກ່ອນ​ຈະ​ເອົາ​ນໍ້າ​ໃຫ້​ຍິງ​ຜູ້ນັ້ນ​ດື່ມ ຄື​ນໍ້າ​ທີ່​ເຮັດ​ໃຫ້​ນາງ​ເຈັບປວດ


ດັ່ງນັ້ນ ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ບາບກຳ​ໃຫ້​ພວກທ່ານ,


ບັດນີ້ ຈົ່ງ​ຂຽນ​ເພງ​ນີ້​ໄວ້. ຈົ່ງ​ສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮຽນ​ຮ້ອງເພງ​ນັ້ນ ເພື່ອ​ວ່າ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງຄວາມຈິງ​ຕໍ່ສູ້​ພວກເຂົາ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka