Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:22 - ພຣະຄຳພີສັກສິ

22 ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ນໍ້າ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ ເຮັດ​ໃຫ້​ທ້ອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ດ້ວຍ.’ ຍິງ​ນັ້ນ​ຈະ​ຕ້ອງ​ຕອບ​ວ່າ, ‘ອາແມນ ອາແມນ.’

Uka jalj uñjjattʼäta Copia luraña




ຈົດບັນຊີ 5:22
16 Jak'a apnaqawi uñst'ayäwi  

ຄຳ​ປ້ອຍດ່າ​ຂອງ​ເຂົາ​ນັ້ນ​ຖື​ເປັນ​ຂອງ​ທຳມະດາ ເໝືອນກັບ​ວ່າ​ມັນ​ເປັນ​ຄື​ການ​ນຸ່ງ​ເສື້ອຜ້າ. ຂໍ​ໃຫ້​ຄຳສາບແຊ່ງ​ເປັນ​ດັ່ງ​ນໍ້າ​ເຂົ້າ​ໄປ​ໃນ​ຮ່າງກາຍ ແລະ​ໃຫ້​ເປັນ​ດັ່ງ​ນໍ້າມັນ​ຊືມ​ເຂົ້າ​ໃນ​ກະດູກ​ດ້ວຍ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຕະຫລອດໄປ​ເປັນນິດ. ອາແມນ ອາແມນ.


ດ້ວຍເຫດນີ້ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຕາມ​ທາງ​ຂອງ​ເຈົ້າ ຈົນ​ເຈົ້າ​ເບື່ອໜ່າຍ​ຕໍ່​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ກະທຳ​ມາ.


ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.


ແລ້ວ​ປະໂຣຫິດ​ກໍ​ຈະ​ຂຽນ​ຄຳສາບແຊ່ງ​ຈຸ່ມ​ລົງ​ໃນ​ນໍ້າ​ຂົມ ຈົນ​ຄຳສາບແຊ່ງ​ນັ້ນ​ລຶບອອກ.


ຖ້າ​ນາງ​ຫາກ​ໄດ້​ຫລີ້ນຊູ້​ແທ້ ນໍ້າ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຢ່າງແຮງ; ທ້ອງ​ຂອງ​ນາງ​ຈະ​ໃຄ່​ແລະ​ອະໄວຍະວະ​ກໍ​ຈະ​ລີບ​ເຂົ້າ. ຝ່າຍ​ຄົນ​ທັງຫລາຍ​ຈະ​ສາບແຊ່ງ​ຊື່​ຂອງ​ນາງ.


ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພວກເຮົາ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າທັງຫຼາຍ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະນຸດ​ແລ້ວ ເຈົ້າ​ກໍ​ຈະ​ບໍ່ມີ​ຊີວິດ​ໃນ​ຕົວເຈົ້າ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka