Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:19 - ພຣະຄຳພີສັກສິ

19 ແລ້ວ​ປະໂຣຫິດ​ກໍ​ຈະ​ກ່າວ​ຄຳ​ສາບານ ໂດຍ​ໃຫ້​ຍິງ​ຜູ້ນັ້ນ​ຕອບ​ຮັບ​ດັ່ງນີ້: ‘ຖ້າ​ເຈົ້າ​ຫາກ​ບໍ່ໄດ້​ຫລີ້ນຊູ້ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ຄຳສາບແຊ່ງ​ທີ່​ນໍ້າ​ນີ້​ຈະ​ນຳ​ມາ​ໃຫ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:19
5 Jak'a apnaqawi uñst'ayäwi  

“ໃຫ້​ມອບ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ ຖ້າ​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ​ວ່າ ນາງ​ບໍ່​ສັດຊື່​ແລະ​ເປັນ​ຊູ້​ກັບ​ຊາຍ​ຄົນອື່ນ, ແຕ່​ຕົນ​ບໍ່​ແນ່ໃຈ​ຍ້ອນ​ວ່າ​ຜູ້ເປັນ​ເມຍ​ອາດ​ອຳ​ໄວ້ ຄື​ບໍ່ມີ​ຜູ້​ຮູ້ເຫັນ​ເປັນ​ພະຍານ​ໃຫ້ ແລະ​ຈັບ​ບໍ່ໄດ້​ຄາທີ່​ຄາບ່ອນ ຫລື​ອາດ​ເປັນໄປ​ໄດ້​ທີ່​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ ໂດຍ​ທີ່​ນາງ​ບໍ່ໄດ້​ນອກໃຈ​ຕົນ​ກໍຕາມ.


ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.


ແຕ່​ຖ້າ​ນາງ​ຫາກ​ບໍ່ມີ​ຄວາມຜິດ ນາງ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ ແລະ​ນາງ​ຈະ​ມີ​ລູກ​ໄດ້.


ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ຍົກ​ຕົວຢ່າງ ຍິງ​ທີ່​ແຕ່ງງານ​ແລ້ວ ຕາບໃດ​ທີ່​ຜົວ​ຂອງ​ນາງ​ຍັງ​ມີ​ຊີວິດ​ຢູ່ ນາງ​ຕ້ອງ​ຜູກພັນ​ຢູ່​ກັບ​ຜົວ​ຕາມ​ກົດໝາຍ, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ພົ້ນ​ຈາກ​ກົດໝາຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka