Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:17 - ພຣະຄຳພີສັກສິ

17 ເພິ່ນ​ຈະ​ຖອກ​ນໍ້າ​ບໍຣິສຸດ​ໃສ່​ຖ້ວຍ​ດິນ ແລະ​ເອົາ​ຂີ້ຝຸ່ນ​ດີນ​ທີ່​ຫໍເຕັນ​ສັກສິດ ໂຮຍ​ລົງ​ໃນ​ນໍ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:17
9 Jak'a apnaqawi uñst'ayäwi  

ເມື່ອ​ແນມ​ເບິ່ງ​ແຕ່​ໄກ ພວກເຂົາ​ກໍ​ເຫັນ​ໂຢບ; ແຕ່​ພວກເຂົາ​ຈື່​ລາວ​ບໍ່ໄດ້. ເມື່ອ​ຈື່​ລາວ​ໄດ້​ແລ້ວ ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ຄວນຄາງ ທັງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຫວ່ານ​ຂີ້ຝຸ່ນ​ດິນ​ໄປ​ໃນ​ອາກາດ ກັບ​ທັງ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ພວກ​ຕົນ​ດ້ວຍ.


“ຈົ່ງ​ເອົາ​ທອງສຳຣິດ​ມາ​ຫລໍ່​ເປັນ​ຂັນ​ແລະ​ພານ​ຮອງ​ຂັນ. ຈົ່ງ​ວາງ​ຂັນ​ນັ້ນ​ໃຫ້​ຢູ່​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ ແລະ​ຕັກ​ນໍ້າ​ໃສ່​ໃນ​ນັ້ນ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ພວກເຮົາ​ຄວນ​ກົ້ມຂາບ​ນອບນ້ອມ​ຍອມ​ຟັງ ເພາະ​ຍັງ​ຫວັງ​ວ່າ​ຜູ້ໜຶ່ງ​ຈະ​ມາ​ຊ່ວຍ.


ປະໂຣຫິດ​ຈະ​ນຳ​ຍິງ​ນັ້ນ​ມາໃກ້, ແລະ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.


ພວກເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ຫາ​ເຫດ​ຟ້ອງ​ພຣະເຢຊູເຈົ້າ, ແຕ່​ພຣະອົງ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ.


ແລ້ວ​ພຣະອົງ​ກໍ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka