Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:15 - ພຣະຄຳພີສັກສິ

15 ໃນ​ສອງ​ກໍລະນີ​ນີ້ ໃຫ້​ຜູ້​ເປັນ​ຜົວ​ພາ​ເມຍ​ຂອງຕົນ​ໄປ​ຫາ​ປະໂຣຫິດ. ລາວ​ຈະ​ຕ້ອງ​ນຳ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ໄປ​ຖວາຍ, ແຕ່​ລາວ​ຈະ​ບໍ່​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ແປ້ງ ຫລື​ໂຮຍ​ເຄື່ອງຫອມ​ລົງ​ເທິງ​ແປ້ງ​ນັ້ນ ເພາະ​ແມ່ນ​ການ​ຖວາຍ​ທີ່​ເກີດ​ຈາກ​ຄວາມ​ສົງໄສ ເພື່ອ​ຈະ​ນຳ​ຄວາມ​ຈິງໃຈ​ມາ​ສູ່​ຊຶ່ງກັນແລະກັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:15
9 Jak'a apnaqawi uñst'ayäwi  

ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ​ບໍ່​ເຊື່ອ​ເລື່ອງ​ນີ້ ຍ້ອນ​ພັນທະສັນຍາ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ແຕ່​ການ​ທຳນວາຍ​ນີ້​ແມ່ນ​ເພື່ອ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ການບາບ​ຂອງ​ພວກເຂົາ​ແລະ​ໃຫ້​ຮູ້​ວ່າ ພວກເຂົາ​ຈະ​ຖືກ​ຈັບ​ໄປ.


ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຈ່າຍ​ເງິນ​ສິບຫ້າ​ຫລຽນ​ກັບ​ເຂົ້າເດືອຍ 150 ກິໂລກຼາມ ເພື່ອ​ຊື້​ເອົາ​ນາງ​ຄືນ​ມາ.


ໃຫ້​ໄປ​ບອກ​ຊາວ​ອິດສະຣາເອນ ປະຕິບັດ​ຕາມ​ລະບຽບການ​ດັ່ງ​ຕໍ່ໄປນີ້: ເມື່ອ​ພວກເຂົາ​ມີ​ການ​ຖວາຍບູຊາ. ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຕ້ອງການ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອາດ​ຈະ​ເປັນ​ງົວ ຫລື​ແກະ ຫລື​ແບ້​ກໍຕາມ.


ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ພືດຜົນ​ເປັນເມັດ​ແກ່​ພຣະເຈົ້າຢາເວ ໃຫ້​ຜູ້ນັ້ນ​ບົດ​ເປັນ​ແປ້ງ​ເສຍ​ກ່ອນ, ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ກຳຍານ​ໃສ່​ດ້ວຍ


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ປະໂຣຫິດ​ຈະ​ນຳ​ຍິງ​ນັ້ນ​ມາໃກ້, ແລະ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ແຕ່​ການ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ນັ້ນ ເປັນ​ການ​ເຕືອນ​ໃຫ້​ລະນຶກເຖິງ​ຄວາມ​ບາບ​ທຸກໆ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka