Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 5:12 - ພຣະຄຳພີສັກສິ

12-14 “ໃຫ້​ມອບ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ ຖ້າ​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ​ວ່າ ນາງ​ບໍ່​ສັດຊື່​ແລະ​ເປັນ​ຊູ້​ກັບ​ຊາຍ​ຄົນອື່ນ, ແຕ່​ຕົນ​ບໍ່​ແນ່ໃຈ​ຍ້ອນ​ວ່າ​ຜູ້ເປັນ​ເມຍ​ອາດ​ອຳ​ໄວ້ ຄື​ບໍ່ມີ​ຜູ້​ຮູ້ເຫັນ​ເປັນ​ພະຍານ​ໃຫ້ ແລະ​ຈັບ​ບໍ່ໄດ້​ຄາທີ່​ຄາບ່ອນ ຫລື​ອາດ​ເປັນໄປ​ໄດ້​ທີ່​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ ໂດຍ​ທີ່​ນາງ​ບໍ່ໄດ້​ນອກໃຈ​ຕົນ​ກໍຕາມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 5:12
6 Jak'a apnaqawi uñst'ayäwi  

ຢ່າ​ຫລີ້ນຊູ້​ສູ່ຜົວເມຍ​ຜູ້ອື່ນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,


ອັນນີ້ ແມ່ນ​ກົດບັນຍັດ​ໃນ​ກໍລະນີ​ທີ່​ຊາຍ​ຜູ້ໜຶ່ງ​ຫຶງຫວງ​ແລະ​ສົງໄສ​ວ່າ ເມຍ​ຂອງຕົນ​ຫລີ້ນຊູ້. ແລ້ວ​ຍິງນັ້ນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ປະໂຣຫິດ​ຈະ​ເປັນ​ຜູ້​ປະຕິບັດ​ຕາມ​ກົດບັນຍັດ​ນີ້​ທຸກ​ປະການ.


“ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ ແລະ​ພາຍລຸນ​ມາ ລາວ​ບໍ່​ຕ້ອງການ​ນາງ​ອີກ​ຕໍ່ໄປ ເພາະ​ລາວ​ພົບ​ພຶດຕິການ​ບາງສິ່ງ​ບາງຢ່າງ​ຊຶ່ງ​ລາວ​ບໍ່​ມັກ. ດັ່ງນັ້ນ ລາວ​ຈຶ່ງ​ເຮັດ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ນາງ​ໃຫ້​ໜີ​ຈາກ​ເຮືອນ​ຂອງຕົນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka