9 ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະຖັງໃສ່ນໍ້າມັນໄຕ້ຕະກຽງ.
ຖ້ອຍຄຳຂອງພຣະອົງເປັນແສງໂຄມນຳທາງໃຫ້ຂ້ານ້ອຍ ແລະແສງແຈ້ງສຳລັບທາງເດີນໃຫ້ຂ້ານ້ອຍ.
ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
ພວກເຂົາຈະຕ້ອງໃຊ້ຜ້າສີແດງເຂັ້ມປົກສິ່ງຂອງທັງໝົດເຫຼົ່ານີ້ກ່ອນ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮືອນນັ້ນ.
ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດ ທີ່ເຈົ້າເຫັນຢູ່ໃນມືຂວາຂອງເຮົາ ແລະຄັນຕະກຽງຄຳທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນ ໄດ້ແກ່ເທວະດາແຫ່ງຄຣິສຕະຈັກທັງເຈັດ ແລະຄັນຕະກຽງຄຳເຈັດອັນ ໄດ້ແກ່ຄຣິສຕະຈັກທັງເຈັດ.”