6 ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ຈົ່ງເຮັດຫີບໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
ເຄື່ອງອັນງົດງາມຂອງປະໂຣຫິດ ຄືເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງອາໂຣນ ແລະພວກລູກຊາຍຂອງລາວ ເມື່ອພວກເຂົາເຂົ້າມາບົວລະບັດຮັບໃຊ້ໃນບ່ອນສັກສິດ.”
ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ.
ແລ້ວໃຫ້ເອົາເຄື່ອງໃຊ້ປະຈຳແທ່ນບູຊາເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະອ່າງວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະສອດໄມ້ຄານຫາມໃສ່.
ຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ, ຜ້າປົກຄຸມຊັ້ນໃນ, ຜ້າປົກຄຸມຊັ້ນນອກ, ໜັງຢ່າງດີເພື່ອໃຊ້ປົກຍອດຫໍເຕັນ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ,
ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂອງພຣະເຈົ້າ ແລະມອບໃຫ້ປະໂຣຫິດຊາວເລວີ ທີ່ເປັນຜູ້ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະມອບໃຫ້ພວກຜູ້ນຳຂອງຊາດອິດສະຣາເອນ.