ຈົດບັນຊີ 4:5 - ພຣະຄຳພີສັກສິ5 ເວລາຊາວອິດສະຣາເອນຍົກຍ້າຍຄ້າຍພັກ ໃຫ້ອາໂຣນແລະລູກຊາຍຂອງລາວເຂົ້າໄປໃນຫໍເຕັນ ແລະປົດເອົາຜ້າກັ້ງຊຶ່ງໃຊ້ບັງຫີບພັນທະສັນຍານັ້ນປົກຫີບໄວ້. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນອ້າຍຂອງເຈົ້າວ່າ ລາວຈະເຂົ້າໄປເບື້ອງຫລັງຜ້າກັ້ງຕໍ່ໜ້າພຣະທີ່ນັ່ງແຫ່ງພຣະຄຸນໃນເວລາກຳນົດໃຫ້ເທົ່ານັ້ນຄື: ໃນບ່ອນສັກສິດທີ່ສຸດ; ເພາະວ່າທີ່ນັ້ນແມ່ນບ່ອນທີ່ເຮົາປາກົດໃນເມກ ເໜືອຝາອັດຫີບພັນທະສັນຍາ. ຖ້າລາວບໍ່ເຊື່ອຟັງ ລາວຈະຕ້ອງຕາຍ.
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.