ຈົດບັນຊີ 4:49 - ພຣະຄຳພີສັກສິ49 ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານໂມເຊ. ຄົນເລວີແຕ່ລະຄົນໄດ້ຮັບຄຳແນະນຳໂດຍສະເພາະກ່ຽວກັບໜ້າທີ່ ຊຶ່ງພວກເຂົາຕ້ອງເຮັດແລະສິ່ງທີ່ພວກເຂົາຕ້ອງແບກຫາມ ແລະໂມເຊກໍໄດ້ຈົດບັນຊີແຕ່ລະຄົນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.