ຈົດບັນຊີ 4:33 - ພຣະຄຳພີສັກສິ33 ໃຫ້ຄົນໃນຕະກຸນເມຣາຣີຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນທັງໝົດທີ່ພົວພັນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.” Uka jalj uñjjattʼäta |
ໂດຍປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊແລະອາໂຣນພ້ອມດ້ວຍບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ໄດ້ຈົດຈຳນວນພົນຊາວເລວີໃນສາມຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະເມຣາຣີ. ການຈົດຈຳນວນພົນນີ້ໄດ້ນັບເອົາຕາມຕະກຸນຍ່ອຍແລະຕາມຄອບຄົວ ໂດຍຈົດຊື່ຄົນອາຍຸຕັ້ງແຕ່30 ປີ ຫາ 50 ປີ ຄື: ຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ: ຕະກຸນ ຈຳນວນ ໂກຮາດ 2.750 ຄົນ ເກໂຊນ 2.630 ຄົນ ເມຣາຣີ 3.200 ຄົນ ລວມ: 8.580 ຄົນ