32 ແລະຫລັກຂອງເຕັນ, ຕີນຮອງຫລັກ, ຫລັກສຽບ, ຕະຫລອດທັງເຊືອກສຳລັບອ້ອມເດີ່ນ ແລະເຄື່ອງປະກອບໃນການຕິດຕັ້ງທັງໝົດດ້ວຍ. ແຕ່ລະຄົນຈະຮັບຜິດຊອບ ແບກຫາມສິ່ງຂອງແຕ່ລະຢ່າງໂດຍສະເພາະ.
ຄົນອື່ນຮັບເບິ່ງແຍງເຄື່ອງໃຊ້ສັກສິດອື່ນໆແລະດູແລແປ້ງ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ເຄື່ອງຫອມ ແລະເຄື່ອງເທດ.
ຈົ່ງເຮັດຫໍເຕັນສັກສິດແລະເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ.
ສຳລັບຫໍເຕັນບ່ອນທີ່ເຮົາຢູ່ນັ້ນ ຈົ່ງອ້ອມດ້ວຍຜ້າກັ້ງທີ່ເຮັດຈາກຜ້າປ່ານເນື້ອລະອຽດດີ. ຜ້າກັ້ງທາງດ້ານໃຕ້ໃຫ້ຍາວ 44 ແມັດ
ສຳລັບຕີນຮອງເສົາໄດ້ເຮັດດ້ວຍທອງສຳຣິດ. ສ່ວນຂໍເກາະ, ເຊືອກຜູກຜ້າກັ້ງ ແລະກຸບປົກເທິງເສົານັ້ນເຮັດດ້ວຍເງິນ. ເສົາຈັ້ງຜ້າອ້ອມຮອບທັງໝົດໄດ້ຕໍ່ເຂົ້າກັນດ້ວຍຄັນຜ້າກັ້ງທີ່ເຮັດດ້ວຍເງິນ.
ຕໍ່ໄປນີ້ແມ່ນບັນຊີຈຳນວນໂລຫະທີ່ໄດ້ໃຊ້ສ້າງຫໍເຕັນສັກສິດ, ຫໍເຕັນສັກສິດແຫ່ງຄຳພິຍານ ບ່ອນມີຫີນສອງແຜ່ນຈາລຶກຄຳສັ່ງຂອງພຣະເຈົ້າສິບຂໍ້ຖືກບັນຈຸໄວ້. ບັນຊີນີ້ໄດ້ຂຽນຂຶ້ນຕາມຄຳສັ່ງຂອງໂມເຊ ແລະຊາວເລວີ ເປັນຜູ້ລົງມືປະຕິບັດງານ ພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
ພວກເມຣາຣີໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານໂຄງຮ່າງຂອງຫໍເຕັນສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະເຄື່ອງປະກອບທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ທັງໝົດ.
ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
ພວກເຂົາຈະຕ້ອງຮັບຜິດຊອບແບກຫາມໂຄງຮ່າງຫໍເຕັນບ່ອນຊຸມນຸມມີ: ໄມ້ຄານກາງຂອງຫໍເຕັນສັກສິດ, ເສົາ, ຕີນຮອງ,
ໃຫ້ຄົນໃນຕະກຸນເມຣາຣີຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນທັງໝົດທີ່ພົວພັນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.”
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານໂມເຊ. ຄົນເລວີແຕ່ລະຄົນໄດ້ຮັບຄຳແນະນຳໂດຍສະເພາະກ່ຽວກັບໜ້າທີ່ ຊຶ່ງພວກເຂົາຕ້ອງເຮັດແລະສິ່ງທີ່ພວກເຂົາຕ້ອງແບກຫາມ ແລະໂມເຊກໍໄດ້ຈົດບັນຊີແຕ່ລະຄົນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ.
ແລະກວຽນສີ່ລຳກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາແມ່ນຢູ່ໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງອາໂຣນ.